ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ຈີນ ເລິກເຊິ່ງຢ່າງແທດຈິງ

(VOVWORLD) - ວັນທີ 13 ມີນາ, ທີ່ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຫະສະມາຄົມປະຊາຊົນຈີນ ເພື່ອສັນຕິພາບ ແລະ ຫລຸດຜ່ອນກຳລັງທັບ ໂດຍທ່ານ ອານເຢຈີມ, ເລຂາທິການໃຫຍ່ສະຫະສະມາຄົມເປັນຫົວໜ້າຄະນະພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ຈີນ ເລິກເຊິ່ງຢ່າງແທດຈິງ - ảnh 1 ທີ່ການຕ້ອນຮັບ

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບລະຫວ່າງຄະນະກຳມະການສັນຕິພາບ ຫວຽດນາມ ແລະ ສະຫະສະມາຄົມປະຊາຊົນ ຈີນ ເພື່ອສັນຕິພາບ ແລະ ຫລຸດຜ່ອນກຳລັງທັບເວົ້າສະເພາະ ແລະ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ພັກ, 2 ລັດເວົ້າລວມ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ປາດຖະໜາວ່າ ຄະນະກຳມະການສັນຕິພາບ ຫວຽດນາມ ແລະ ສະຫະສະມາຄົມປະຊາຊົນ ຈີນ ເພື່ອສັນຕິພາບ ແລະ ຫລຸດຜ່ອນກຳລັງທັບ ຈະສືບຕໍ່ຮ່ວມມືຢ່າງແທດຈິງ ໂດຍຜ່ານບັນດາການເຄື່ອນໄຫວລະອຽດ; ເພີ່ມທະວີຂໍ້ມູນຂ່າວສານໃຫ້ປະຊາຊົນ 2 ປະເທດກ່ຽວກັບການພົວພັນບ້ານໃກ້ເຮືອນຄຽງ, ມິດຕະພາບລະຫວ່າງ 2 ປະເທດ; ພ້ອມກັນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ການຮ່ວມມືຢ່າງຕັ້ງໜ້າຢູ່ເວທີປາໄສສາກົນຫລາຍຝ່າຍ ແລະ ປະກອບສ່ວມເຂົ້າໃນຂະບວນການສັນຕິພາບໃນພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ