ປະ​ກາດ ແລະ ມອບ​ລາງວັນ​ການ​ສອບ​ເສັງ “ອອກ​ແບບ​ເຮືອນຢູ່​ທ​ີ່​ຄວາມ​ປອດ​ໄພ"

(VOVWORLD) -ພິທີປະກາດ ແລະ ມອບລາງວັນການສອບເສັງ “ອອກແບບເຮືອນຢູ່ທີ່ຄວາມປອດໄພ, ປະຊາຄົມທີ່ຍືນຍົງປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດເຂດຝັ່ງທະເລ”, ໄດ້ຈັດຕັ້ງໃນຕອນບ່າຍວັນທີ  25 ພະຈິກ ຢູ່ຮ່າໂນ້ຍ.

ປະ​ກາດ ແລະ ມອບ​ລາງວັນ​ການ​ສອບ​ເສັງ “ອອກ​ແບບ​ເຮືອນຢູ່​ທ​ີ່​ຄວາມ​ປອດ​ໄພ ທ່ານນາງ Caitlin Wiesen, ຜູ້ຕາງໜ້າ UNDP ປະຈຳ ຫວຽດນາມກ່າວຄຳເຫັນທີ່ພິທີມອບລາງວັນ 

(ພາບ: TTXVN)

ການເຄື່ອນໄຫວໂດຍລາຍການພັດທະນາ ສປຊ (UNDP) ປະຈຳ ຫວຽດນາມ, ກົມໃຫຍ່ປ້ອງກັນຕ້ານໄພທຳມະຊາດ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ) ໄດ້ສົມທົບກັນຈັດຂຶ້ນ. ພິທີໄດ້ດຶງດູດ ການເຂົ້າຮ່ວມຂອງບັນດາສ່ວນບຸກຄົນ, ບໍລິສັດໃຫ້ຄຳປຶກສາການອອກແບບ ແລະ ນັກສຶກສາ ເກືອບ 600 ຄົນທີ່ມາຈາກ 14 ມະຫາວິທະຍາໄລແຫ່ງຊາດໃນທົ່ວປະເທດ. ມີຫຼາຍແນວຄວາມຄິດການອອກແບບເຮືອນຢູ່ທີ່ພົ້ນເດັ່ນ, ມາດຕະການແກ້ໄຂອັນແທດຈິງ ແລະ ມີແນວຄິດປະດິດສ້າງໄດ້ຮັບການແນະນຳໃນການສອບເສັງ. ຄະນະຈັດຕັ້ງໄດ້ມອບລາງວັນທີ 1 ຈຳນວນ 2 ລາງວັນ, ລາງວັນທີ 2 ຈຳນວນ 2 ລາງວັນ ແລະ ລາງວັນທີ 3 ຈຳນວນ 2 ລາງວັນໃຫ້ແກ່ບັນດາແນວຄວາມຄິດການອອກແບບທີ່ດີເດັ່ນ.

ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານນາງ Caitlin Wiesen, ຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ ເຊື່ອໝັ້ນວ່າ ບັນດາການອອກແບບທີ່ໄດ້ຄັດເລືອກອາດຈະນຳມາເຊິ່ງປະສິດທິຜົນອັນຍາວນານໃນການຊ່ວຍໃຫ້ບັນດາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຮັບປະກັບຄວາມປອດໄພດ້ານຊັບສິນ ແລະ ຊີວິດອິນຊີ ເມື່ອໄພທຳມະຊາດເກີດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ