ປະກາດຂໍ້ມູນຂ່າວກ່ຽວກັບສັນຍາວ່າດ້ວຍຄູ່ຮ່ວມມືແບບສະຫມັກໃຈກ່ຽວກັບການປະຕິບັດກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງປ່າ ແລະ ການຄ້າຜະລິດຕະພັນເຄື່ອງປ່າຂອງດົງ

(VOVWORLD) - ຕອນເຊົ້າວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລະ ຄະນະຜູ້ແທນສະຫະພາບເອີລົບ (ອີຢູ) ປະຈຳຮ່າໂນ້ຍ ໄດ້ຈັດການປະຊຸມປະກາດການສິ້ນສຸດວິວັດການໃຫ້ສັດຕະຍາບັນ ແລະ ຮັບຮູ້ສັນຍາວ່າດ້ວຍຄູ່ຮ່ວມມືແບບສະຫມັກໃຈກ່ຽວກັບການປະຕິບັດກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງປ່າ ແລະ ການຄ້າຜະລິດຕະພັນເຄື່ອງປ່າຂອງດົງ.

ປະກາດຂໍ້ມູນຂ່າວກ່ຽວກັບສັນຍາວ່າດ້ວຍຄູ່ຮ່ວມມືແບບສະຫມັກໃຈກ່ຽວກັບການປະຕິບັດກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງປ່າ ແລະ ການຄ້າຜະລິດຕະພັນເຄື່ອງປ່າຂອງດົງ - ảnh 1 (ພາບປະກອບ: www.msn.com/vi-vn/m)

   ໂດຍຜ່ານການເຈລະຈາ, ເຊັນອະນຸມັດຜ່ານ, ໃຫ້ສັດຕະຍາບັນມາເປັນເວລາເກືອບ 8 ປີຕາມການກຳນົດຂອງອີຢູ, ສັນຍາດັ່ງກ່າວຈະມີຜົນບັງຄັບໃຊ້ຢ່າງເປັນທາງການນັບແຕ່ວັນທີ 1 ມິຖຸນາປີ 2019 ເປັນຕົ້ນໄປ. ສັນຍານີ້ໄດ້ຮັບການປະຕິບັດຈະເປັນຂີດໝາຍເລີ່ມຕົ້ນເລື່ອງຫວຽດນາມ ແລະ ອີຢູ ພ້ອມກັນໃຫ້ຄຳໝັ້ນສັນຍາຮ່ວມມືເພື່ອແກ້ໄຂສະພາບການຂຸດຄົ້ນໄມ້ຜິດກົດໝາຍຫວຽດນາມ ແລະ ສາກົນ ຊື່ງສອງຝ່າຍລ້ວນແຕ່ແມ່ນສະມາຊິກ.

  ບັນດາຄຳໝັ້ນສັນຍາຂອງສັນຍາວ່າດ້ວຍຄູ່ຮ່ວມມືແບບສະຫມັກໃຈກ່ຽວກັບການປະຕິບັດກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງປ່າ ແລະ ການຄ້າຜະລິດຕະພັນເຄື່ອງປ່າຂອງດົງໄດ້ສົມທົບກັບຂໍ້ກຳນົດໃນກົດໝາຍວ່າດ້ວຍປ່າໄມ້ປີ 2017 ຕາມນັ້ນແລ້ວແມ່ນຫ້າມການນຳເຂົ້າ, ສົ່ງອອກ, ຂຸດຄົ້ນ, ປຸງແຕ່ງ ແລະ ການຄ້າໄມ້ຢ່າງຜິດກົດໝາຍຫວຽດນາມ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ