ປະ​ກາດ​ບົດ​ລາຍ​ງານ​ດ້ານ​ເສດ​ຖະ​ກິດ ປະ​ຈຳ​ປີ ເຂ​ດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ປີ 2020

(VOVWORLD) - ຕອນເຊົ້າວັນທີ 14 ທັນວາ, ຢູ່ເກິ່ນເທີ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ຈັດພິທີປະກາດບົດລາຍງານດ້ານເສດຖະກິດ ປະຈຳປີ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປີ 2020. 

ປະ​ກາດ​ບົດ​ລາຍ​ງານ​ດ້ານ​ເສດ​ຖະ​ກິດ ປະ​ຈຳ​ປີ ເຂ​ດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ປີ 2020 - ảnh 1ບົດລາຍງານດ້ານເສດຖະກິດ ປະຈຳປີ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປີ 2020

(ພາບ: tienphong.vn

ນີ້ແມ່ນໂຄງການຄົ້ນຄວ້າໃນຂອບເຂດເສດຖະກິດນຳໜ້າໃນທົ່ວປະເທດ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໄດ້ຄັດເລືອກເອົາຄື ແບບຢ່າງທີ່ດີກ່ຽວກັບລັກສະນະຮ່ວມສຳພັນ, ຄວາມເປັນເອກະພາບ ເພື່ອມຸ່ງໄປສູ່ການສ້າງລະບອບລະບຽບການເຂດເສດຖະກິດ ໃນອະນາຄົດ.

ເນື້ອໃນຂອງບົດລາຍງານລວມມີ 5 ພາກ, ໃນນັ້ນໄດ້ສຸມໃສ່ບັນດາບັນຫາຫຼັກແຫຼ່ງຄື: ພື້ນຖານເສດຖະກິດ ຫວຽດນາມ ໂດຍສັງລວມ, ຫວນຄືນ 10 ປີແຫ່ງການພັດທະນາເສດຖະກິດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ກຳລັງຄວາມສາມາດໃນການແກ້ງແຍ້ງ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໂດຍອີງໃສ່ການໄຈ້ແຍກຄວາມສາມາດບົ່ມຊ້ອນເງື່ອນໄຂທຳມະຊາດ, ພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ…ຈາກບັນດາການໄຈ້ແຍກດັ່ງກ່າວ, ບົດລາຍງານໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາຂໍ້ຈຳກັດທີ່ຍັງຄົງຄ້າງ, ກຳນົດໄດ້ບັນດາສິ່ງທ້າທາຍ, ສິ່ງກີດຂວາງໃນການພັດທະນາຂອງເຂດ, ຈາກນັ້ນຍົກອອກຂໍ້ສະເໜີນະໂນຍາຍເພື່ອເຂົ້າສຳຜັດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ