ປະກາດປື້ມປົກຂາວປີ2017ແງ່ຫວັງສັນຍາການຄ້າເສລີEU-ຫວຽດນາມ

ປະກາດປື້ມປົກຂາວປີ2017ແງ່ຫວັງສັນຍາການຄ້າເສລີEU-ຫວຽດນາມ - ảnh 1
ການ​ປະ​ຊຸມ​ຂ່າວ​ພາຍ​ຫລັງ​ພິ​ທີ​ປະ​ກາດ​ປື້ມ​ປົກ​ຂາວ

(vovworld)- ຕອນ​ເຊົ້າ​ວັນ​ທີ 2/3 ຢູ່ ຮ່​າ​ໂນ້ຍ, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ເອີ​ລົບ ປະ​ຈຳ​ຫວຽດ​ນາມ (Euro Cham) ແລະ ຫ້ອງ​ການ​ການ​ຄ້າ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ພິ​ທີ​ປະ​ກາດ​ປື້ມ​ປົກ​ຂາວ​ປີ 2017 ແງ່​ຫວັງ​ສັນ​ຍາ​ການ​ຄ້າ​ເສ​ລີ EU-ຫວຽດ​ນາມ. ນີ້​ແມ່ນ​ຄັ້ງ​ທີ 9 ປື້ມ​ປົກ​ຂາວ​ໄດ້​ຮັບ​ການ​ປະ​ກາດ, ເພື່​ອ​ແນ​ໃສ່​ສະ​ຫນອງ​ບັນ​ດາ​ຂໍ້​ມູນ​ຂ່າວ​ສານ, ອັບ​ເດັດ​ສະ​ພາບ​ການ​ເສດ​ຖະ​ກິດ, ສະ​ພາບ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ນິ​ຕິ​ກຳ​ຢູ່​ຫວຽດ​ນາມ ປະ​ຈຸ​ບັນ. ສິ່ງ​ທີ່​ເປັນ​ຫນ້າ​ສົນ​ໃຈ​ໃນ​ຫນ້າ​ປົກ​ຂາວ​ປີ 2017 ແມ່ນ​ສະ​ຫງວນ​ໝວດ​ຫນຶ່ງ​ເພື່ອ​ເຕື້ອງ​ເຖິງ​ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ ສະ​ຫະ​ພາບ​ເອີ​ລົບ ແລະ ຫວຽດ​ນາມ, ການ​ປະ​ຕິ​ບັດ ແລະ ການ​ກະ​ທົບ​ຂອງ​ສັນ​ຍານີ້​ເຖິງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ. ທ່ານ ຫວູ​ຕຽນ​ລົກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

“ສັນ​ຍາ​ການ​ຄ້າ​ເສ​ລີ EU ຫວຽດ​ນາມ ແມ່ນ​ຄວາມ​ຫວັງ​ໃຫຍ່​ຂອງ​ຫວຽດ​ນາມ, ດ້ວຍ​ເລື່ອງ​ເປີດ​ຊ່ອງ​ທາງ​ບຸ​ລິ​ມະ​ສິດ​ທຳ​ອິດ​ໃຫ້​ແກ່​ສິນ​ຄ້າ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ເຂົ້າ​ຕະ​ຫລາດ​ອັນ​ກວ້າງ​ໃຫຍ່​ຂອງ 28 ປະ​ເທດ​ສະ​ມາ​ຊິກ ກໍ​ຄື​ສ້າງ​ໄມ້​ງັດ​ທີ່​ສຳ​ຄັນ​ໃຫ້​ແກ່​ວິ​ວັດ​ການ​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ​ເສດ​ຖະ​ກິດ​ຢູ່​ພາຍ​ໃນ​ປະ​ເທດ​ຜ່ານ​ບັນ​ດາ​ມາດ​ຕະ​ຖານ​ສູງ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຫລັກ​ການ​ພາຍ​ໃນ​ເສັ້ນ​ຊາຍ​ແດນ. ເພື່ອ​ໃຫ້​ສັນ​ຍາ​ດັ່ງ​ກ່າວ​ປະ​ກົດ​ຜົນ​ເປັນ​ຈິງ​ໂດຍ​ໄວ ຄວນ​ສືບ​ຕໍ່​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ​ຢ່າງ​ແຮງ, ໃນ​ນັ້ນ ມີ​ເລື່ອງ​ເປັນ​ເຈົ້າ​ການ​ຫັນ​ບາງ​ຄຳ​ໝັ້ນ​ສັນ​ຍາ​ລະ​ບອບ​ລະ​ບຽບ​ການ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ EU- ຫວຽດ​ນາມ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.”

 


ຕອບກັບ

ຂ່າວ/ບົດ​ອື່ນ