ປະກາດຜົນແຫ່ງການສຳຫຼວດກ່ຽວກັບການປະຕິບັດຄວາມສັດຊື່ບໍລິສຸດໃນວິສາຫະກິດ

ປະກາດຜົນແຫ່ງການສຳຫຼວດກ່ຽວກັບການປະຕິບັດຄວາມສັດຊື່ບໍລິສຸດໃນວິສາຫະກິດ - ảnh 1
ປະກາດຜົນແຫ່ງການສຳຫຼວດກ່ຽວກັບ
ການປະຕິບັດຄວາມສັດຊື່ບໍລິສຸດໃນວິສາຫະກິດ
(ພາບ: phapluattp)


(vovworld) –​ ​ຕອນ​ເຊົ້າ​ວັນ​ທີ 29/12, ຢູ່​ຮ່າ​ໂນ້ຍ, ຫ້ອງ​ການ​ການ​ຄ​້າ ແລະ​ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ (VCCI) ​ໄດ້ປະ​ກາດ​ການ​​ຜົນ​ແຫ່ງສຳ​ຫຼວດ ​ “ສະ​ພາບ​ຕົວ​ຈິງ​ໃນ​ການ​ປະ​ຕິ​ບັດ​​ຄວາມສັດ​ຊື່​ບໍ​ລິ​ສຸດ​ໃນ​ຂົງ​ເຂດ​ດຳ​ເນີນ​ທຸ​ລະ​ກິດ ແລະ ຄວາມ​ຕ້​ອງກ​ານ​ໜູນ​ຊ່ວຍ​ສ້າງ​ຄວາມ​ສາ​ມາດ​ຂອງວິ​ສາ​ຫະ​ກິດ”. ການ​ສຳ​ຫຼວດ​ໄດ້ຮັບ​ການ​ປະ​ຕິ​ບັດ​ຢູ່ 3 ນະ​ຄອນ​ໃຫຍ່​ຄື: ຮ່າ​ໂນ້ຍ, ດ່ານັ້ງ ແລະ ນະ​ຄອນ​ໂຮ່​ຈິ​ມິນ, ດ້ວຍ​ວິ​ສາ​ຫະ​ກິດ 180 ແຫ່ງ​ທີ່​ເຄື່ອນ​ໄຫວ​ໃນ​​ບັນ​ດາຂົງ​ເຂດ​ຄື: ກ​ານ​ປຸງ​ແຕ່ງ​ທັນ​ຍາ​ຫານ, ເກີບ​ໜັງ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ… ຕາມ​​ຜົນ​​ແຫ່ງການ​ສຳ​ຫຼວດ, ມີ 55% ວິ​ສາ​ຫະ​ກິ​ດ​ຖື​ວ່າ, ຄວາມສັດ​ຊື່​ບໍ​ລິ​ສຸດ​ແມ່ນ​ຕິດ​ພັນ​ກັບ​ບັນ​ດາ​ຫຼັກການ, ມາດ​ຕະ​ຖານ​ກ່ຽວ​ກັບ​ຄຸນ​ສົມ​ບັດ ແລະ ​ນິ​ຕິ​ກຳ, ສ້າງ​ຮົ້ວ​ກີດ​ຂວາງຈຳ​ກັດ​​ການ​ສໍ້​ລາດ​ບັງ​ຫຼວງ, ​ການ​ຮັບສິນ​​​ບົນ; ມີກວ່າ 92% ວິ​ສາ​ຫະ​ກິດ​​ທີ​ຄວາມເຂົ້າ​ໃຈ​ກ່ຽວ​ກັບ​ຫຼັກ​ການ​ປະ​ພຶດ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ, ມີ​ພຽ​ງ 29% ວິ​ສາ​ຫະ​ກິດ​ໃຫ້​ຮູ​້​ວ່າ, ເຂົາ​ເຈົ້າ​ໄດ້​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍກ່ຽວ​ກັບຄວາມສັດ​ຊື່​ບໍ​ລິ​ສຸດ. ທ່ານ ຫງວຽນ​ກວ​າງວິງ, ຮອງ​ເລ​ຂາ VCCI ໃຫ້​ຮູ້​ວ່າ.

      “VCCI ຈະ​ຮ່ວມ​ມື​ພ້​ອມ​ກັບ​ບັນ​ດາ​ອົງ​ການ​ລັດ​ຖະ​ບານ ເພື່ອ​ສ້າງ​ພັນ​ທະ​ມິດ​ບັນ​ດາວິ​ສາ​ຫະ​ກິດ​​ມີ​ການ​ສໍ້​ລາດ​ບັງ​ຫຼວງ ແລະ ຖ້າ​​ຫາກວິ​ສາ​ຫະ​ກິດ​​ທີ​ຄວາມຮັບ​ຮູ້​ສິ່ງນີ້​ເປັນ​ຢ່າງ​ດີ, ວິ​ສາ​ຫະ​ກິດ​ກໍ​ຈະ​​ຮັບ​ຮູ້​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ​ມາດ​ຕະ​ການ ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ຖ້າຫາກ​ວິ​ສາ​ຫະ​ກິດ​ມີ​ການ​ກະ​ທ​ຳໄດ້​ດີ, ຮ່ວມ​ສຳ​ພັນ​ນຳ​ກັນ ແລະ ບໍ່ມີ​ການ​ສໍ້​ລາດ​ບັງ​ຫຼວງ, ​ພັນ​ທະ​ມິດ​ວິ​ສາ​ຫະ​ກິດ​ຈະ​​ນັບ​ມື້​ນັບເຕີບ​ໃຫຍ່​ເທື່ອ​ລະ​ກ້າວ ແລະ ຍູ້​​​ໄພ​ສ​ໍ້​ລ​າດ​ບັງ​ຫຼວງ​ໃຫ້​ຖອຍ​ໄປ.”

ຂ່າວ/ບົດ​ອື່ນ