ປະກາດແຜນການດຳເນີນງານແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

ປະກາດແຜນການດຳເນີນງານແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ພາບປະກອບ:TTXVN

(vovworld) ແຜນການດຳເນີນງານແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໄລຍະ 2012-2020 ​ໂດຍກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ປະກາດ​ຢ່າງ​ເປັນ​ທາງ​ການ​ຕໍ່​ວົງການ​ນັກ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 17/4 ຢູ່ ຮ່າ​ໂນ້ຍ. ຕາມ​ແຜນການ​ແລ້ວ, ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ວາງ​ອອກ 10 ມາດ​ຕະການ, ຫນ້າ​ທີ່ ນັ້ນ​ແມ່ນ: ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ຕິດຕາມ​ກວດກາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າອາກາດ, ​ເຕືອນ​ໄພ​ທຳ​ມະ​ຊາດ, ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ, ຄ້ຳປະກັນ​ກ່ຽວ​ກັບ​ແຫ​ລ່ງ​ນ້ຳ, ຫລຸດຜ່ອນອາຍ​ພິດ​ເຮື​ອນ​ແກ້ວ, ພັດທະນາ​ພື້ນຖານ​ເສດຖະກິດ​ຕາມ​ທິດ cacbon ຕຳ່, ສ້າງ​ປະຊາ​ຄົມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ເພີ່ມ​ທະວີ​ການ​ຮ່ວມ​ມືກັບສາກົນ​​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່າ ​ເຈືອງ​ ດືກ ຈີ​, ຮອງ​ຫົວຫນ້າ​ກົມ​ອຸຕຸ​ນິຍົມ​ອຸ​ທົກ​ະສາດ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃຫ້​ຮູ້​ວ່າ:

        “ມາ​ຮອດ​ຈຸດ​ເວລາ​ນີ້ ຫວຽດນາມ​ປະຕິບັດ​ວຽກງານໄດ້​ຫລາຍ​ແລ້ວ. ລະບົບ​ກົດໝາຍ, ນະ​ໂຍບາຍ​ກ່ຽວ​ກັບ​ນິຕິ​ກຳ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ, ການປ້ອງ​ກັນ ​ແລະ ຫລຸດຜ່ອນໄພ​ທຳ​ມະ​ຊາດ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເທື່ອ​ລະ​ກ້າວ. ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໄດ​້ຮັບ​ການ​ປະກາດ​​ໃຊ້​ແລ້ວ. ​ໄລຍະ​ຈະ​ມາ​ເຖິງ,​ ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຈະ​ຍື່ນ​ສະ​ເຫ​ນີຕໍ່​ລັດຖະບານ​ກ່ຽວ​ກັບ​ແຜນ​ຮ່າງ, ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຍູ້​ແຮງ​ວຽກ​ງານ​ປົກ​ປັກ​ຮັກສາ​ຊັບພະຍາກອນ​ສິ່ງ​​ແວດລ້ອມ. ”

ຂ່າວ/ບົດ​ອື່ນ