ປະຊາຄົມຊາວຫວຽດນາມ ອາໄສຢູ່ ມາເກົາ (ຈີນ) ພົບປະຍາມຕົ້ນລະດູບານໃໝ່ປີສະຫຼູ 2021

(VOVWORLD) -ເຂົ້າຮ່ວມໃນງານນີ້, ແຂກຖືກເຊີນຍັງໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ມາເກົາ
ປະຊາຄົມຊາວຫວຽດນາມ ອາໄສຢູ່ ມາເກົາ (ຈີນ) ພົບປະຍາມຕົ້ນລະດູບານໃໝ່ປີສະຫຼູ 2021 - ảnh 1ລາຍການສະແດງສິລະປະ
(ພາບ: TTXVN)

ຕອນບ່າຍວັນທີ 14 ກຸມພາ, ຢູ່ເຂດປົກຄອງພິເສດ ມາເກົາ (ຈີນ), ສະມາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢູ່ ມາເກົາ ໄດ້ຈັດງານພົບປະຍາມຕົ້ນລະດູບານໃໝ່ປີສະຫຼູ 2021. ກ່າວຄຳເຫັນທີ່ການພົບປະ, ທ່ານ ເຢືອງຈູງດຶກ, ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢູ່ ມາເກົາ ໃຫ້ຮູ້ວ່າ, ປີ 2020 ສະມາຄົມໄດ້ເລີ່ມເຄື່ອນໄຫວ ແລະ ນຳມາເຊິ່ງຜົນງານຫຼາຍຢ່າງໃນການຊ່ວຍເຫຼືອປະຊາຄົມຊາວຫວຽດນາມ, ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ, ແກ້ໄຂບັນຫາສິດຜົນປະໂຫຍດໃຫ້ບັນດາສະມາຊິກ. ນອກນັ້ນ, ເຂົ້າຮ່ວມໃນງານນີ້, ແຂກຖືກເຊີນຍັງໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ມາເກົາ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ