ປະຊາຊົນສືບຕໍ່ປະກອບຄຳເຫັນ ໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ປະຊາຊົນສືບຕໍ່ປະກອບຄຳເຫັນ     ໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
ພາບປະກອບ


(vovworld) - ຕອນ​ເຊົ້າ​ວັນ​ທີ 27/2, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການ​ຮຽບຮຽງ​ລັດຖະທຳ​ມະນຸ​ນປີ 1992 ສະບັບ​ປັບປຸງ ​ໄດ້​ເຮັດ​ວຽກ​ກັບ​ນະຄອນ ຮ່າ​ໂນ້ຍ ກ່ຽວ​ກັບ​ວຽ​ກງານ​ຈັດ​ຕັ້ງ​ການຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ ​ທີ່​ປະກອບ​ໃຫ້ຮ່າງລັດຖະທຳ​ມະນຸ​ນປີ 1992 ສະບັບ​ປັບປຸງ. ​ເພື່ອ​ເຮັດ​ໃຫ້ການ​ຮັບ​ເອົາ​ຄຳ​ເຫັນ​ບັນລຸ​ປະສິດທິ​ຜົນ​ສູງ​ກວ່າ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ:

        “ນະຄອນຫຼວງ​ຮ່າ​ໂນ້ຍ ຄວນ​ເສີມ​ຂະຫຍາຍ​ບັນດາ​ບົດຮຽນ​ທີ່​ຖອດຖອນ​ມາ​ໄດ້, ​ແລະ ຮັບ​ເອົາ​ຄຳ​ເຫັນຢ່າງ​ເລິກ​ເຊິ່ງ ​ແລະ​ກວ້າງຂວາງທີ່ກ່ຽວຂ້ອງ​ເຖິງ​ທຸກ​ເປົ້າ​ໝາຍ. ​ແລະ ຕ້ອງ​ຈັດ​ກອງ​ປະຊຸມ​ຢ່າງ​ກວ້າງຂວາງ​ກວ່າ, ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ຍິ່ງ​ຫຼາຍ​ກໍ່​ຍິ່ງ​ດີ, ​ຈາກ​ນັ້ນ​ສາມາດ​ຈົດ​ເອົາ​ບັນດາ​ບັນຫາ​ສຳຄັນ ​ເຊິ່ງຜູ້​ແທນ, ປະຊາຊົນ​ໄດ້​ປະ​ກອບ​ໃຫ້“

ຕອນ​ເຊົ້າ​ວັນ​ທີ  27/2, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ບັນດາ​ອົງການ​ສະມາຊິກ ​ແລະ ບາງ​ອົງການ​ສັງຄົມ ທີ່ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທີ່​ກອງ​ປະຊຸມ, ທ່ານ ສາດສະດາຈານ, ດຣ ຫງວຽນ​ເລີ​ນຢູ້ງ, ​ໄດ້​ປະກອບ 5 ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ ປີ 1992 ສະບັບ​ປັບປຸງ ​ແລະ ຖື​ວ່າ: ມາດຕາ​ທີ 4 ​ໃນຮ່າງ​ລັດຖະທຳ​ມະນູນ ຄັ້ງ​ນີ້​ໄດ້​ເພີ່​ມ​ເຕີມ 2 ຕອນ​ສຳຄັນ​ທີ່​ສຸດ. ນັ້ນ​ແມ່ນ “ພັກ​ຕິດ​ພັນ​ຢ່າງ​ສະໜິດສະໜົມ​ກັບ​ປະຊາຊົນ, ຮັບ​ໃຊ້​ປະຊາຊົນ, ພາຍ​ໃຕ້​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ, ຮັບຜິດຊອບ​ຕໍ່​ປະຊາຊົນ​ກ່ຽວ​ກັບ​ບັນດາ​ການ​ຕັດສິນ​ຂອງ​ຕົນ”, ​ແລະ “ບັນດາ​ອົງການ​ຈັດ​ຕັ້ງຂອງ​ພັກ ​ແລະ ສະມາຊິກ​ພັກ ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ”. ​ເມື່ອ​ປະກອບ​ຄຳ​ເຫັນ​ໃສ່​ມາດຕາ​ທີ 39, ທ່ານ ຫງວຽນ​ບາຢວຽດ (Nguyen Ba Duyet), ຮອງ​ປະທານ​ສະມາຄົມ​ກູ້​ຊ່ວຍ​ເດັກ​ພິການ ຫວຽດນາມ ຖື​ວ່າ​: ​ເມື່ອ​ທຽບ​ໃສ່​ກັບ​ມາດຕາ 64 ​ໃນ​ປະຈຸ​ບັນ, ຮ່າງ​ລັດຖະທຳ​ມະນູນ ປີ 1992 ສະບັບ​ປັບປຸງ ​ໄດ້​ຍົກ​ເລີກຂໍ້​ທີ 1 ​ແມ່ນ “ຄອບຄົວ​ແມ່ນ ຈຸ​ລັງ​ຂອງ​ສັງຄົມ”. ທ່ານ ຢວຽດ ສະ​ເໜີ​ຄວນ​ຮັກສາ​ໄວ້ ຍ້ອນ​ວ່າຄອບຄົວ​ແມ່ນ​ພື້ນຖານ​ຂອງ​ສັງຄົ​ມ ​ແລະ ຂອງ​ປະ​ເທດ​ຊາດ ​ແລະ ​ເພື່ອ​ສ້າງ​ສັງຄົມ​ສີວິ​ໄລ, ພັດທະນາ ຕ້ອງ​ສ້າງ​ປັດ​ໄຈ​ຄອບຄົວ:

“ຮັກສາ​ປະ​ໂຫຍ​ກນີ້​ໄວ້ ​ເພື່ອ​ກຳນົດ​ວ່າ, ທຸກ​ຄົນ, ທຸກ​ອົງການ ​ໂດຍ​ປະຊາຊົນ​ສ້າງ​ຕັ້ງ​ຂຶ້ນ​ລ້ວນ​ແຕ່​ມີ​ຄວາ​ມຮັບຜິດຊອບ​ສຶກສາ, ຝຶກ​ຝົນ​ຫຼໍ່ຫຼອມ, ສ້າງ​ຄອບ​ຄົວ​ໃຫ້​ມີ​ຄວາມ​ອົບ​ອຸ່ນ ມີ​ຄວາມ​ຜາ​ສຸກ ຄື​ແນວ​ນັ້ນ​ມັນ​ຈຶ່ງ​ກາຍ​ເປັນ​ຈຸ​ລັງ​ຂອງ​ສັງຄົມ​ຢ່າງ​ແທ້​ຈິງ. ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໄລຍະ​​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຄື​ປະຈຸ​ບັນ, ບັນດາ​ສິ່ງ​ຫຍໍ້​ທໍ້ທາງ​ດ້ານ​ເສດຖະກິດການ​ຕະຫຼາດ​ພວ​ມສົ່ງຜົນ​ສະທ້ອນ​ບໍ່​ດີ​ເຖິງ​ວິຖີ​ຊີວິດ ​ແລະ ຄຸນ​ສົບ​ບັດ​ຂອງ​ແຕ່​ລະ​ຄອບຄົວ”

​        ປະຊາຊົນສືບຕໍ່ປະກອບຄຳເຫັນ     ໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 2
ທ່ານ ສາດສະດາຈານ, ດຣ ຫງວຽນ​ເລີ​ນຢູ້ງ, ​ໄດ້​ປະກອບ 5 ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ ປີ 1992 ສະບັບ​ປັບປຸງ

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກຳມາ​ທິການ ​ເສດຖະກິດ​ຂອງ ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງ​ປະກອບ​ຮັບ​ເອົາ​ຄຳ​ເຫັນ​ກ່ຽວ​ກັບ ຮ່າງ​ລັດຖະທຳ​ມະນູນ ປີ 1992 ສະບັບ​ປັບປຸງ, ​ໃນ​ນັ້ນ ສຸມ​​ໃສ່​ເຂົ້າ​ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ເສດຖະກິດ, ທີ່ດິນ ​ແລະ ງົບປະມານ​ຂອງ​ລັດ.

ທີ່​ກອງ​ປະຊຸມ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໂດຍ​ຄະນະ​ກຳມະການ​​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ນະຄອນ​ໂຮ່ຈິ​ມິນ ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 26/2, ບັນດາ​ຜູ້​ແທນ​​ໄດ້​ປະກອບ​ຄຳ​ເຫັນ​ເຂົ້າ​ໃນ​ບັນດາ​ເນື້ອ​ໃນ​ຂອງ​ຂໍ້​ມາດຕາ 21 ກ່ຽວກັບ​ສິດ​ມີ​ຊີວິດ, ຂໍ້​ມາດຕາ 68 ​ແລະ ຂໍ້​ມາດຕາ​ອື່ນ​ກ່ຽວ​ກັບ​ບັນດາ​ສິດ​ປະຕິບັດ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ, ຂໍ້​ມາດຕາ 30 ກຳນົດ​ວ່າ: ພົນລະ​ເມືອງ​ມີ​ສິດ​ລົງ​ຄະ​ແນນ​ສຽງ​ເມື່ອ​ລັດ​ຈັດ​ຕັ້ງ​ການ​ລົງ​ປະຊາ​ມະຕິ. ນອກ​ນັ້ນ ບັນດາ​ຜູ້​ແທນ​ກໍ​ເປັນ​ເອກະ​ພາບ​ຄວນ​ສືບ​ຕໍ່​ຢັ້ງຢືນ​ບົດບາດນຳ​ພາ​ຂອງ​ພັກ​ເພື່ອ​ຮັບປະກັນ​ຄວາມ​ຍຸຕິ​ທຳ​ສັງຄົມ ​ແລະ ສອດ​ຄ່ອງ​ກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ທົ່ວ​ປວງ​ຊົນ. ສາດສະດາ​ຈານ, ທ່ານໝໍ ​ເຈີ​ນດົງ​ອາ ຍົກ​ຄຳ​ເຫັນ​ວ່າ:

        “ຕາມ​ຂ້າພະ​ເຈົ້າ​ແລ້​ວ ​ໃນ​ສະພາບ​ປະຈຸ​ບັນ, ລັດຖະທຳ​ມະນູນ​ຕ້ອງ​ກຳນົດ​ຢ່າງ​ຈະ​ແຈ້ງ ​ແລະ ຫັນ​ກຳລັງ​ແຮງ​ຂອງ​ລະບົບ​ພວກ​ເຮົາ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ຊຶ່ງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາກົນ, ຈາກ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຕະຫລອດ​ຮອດ​ພື້ນຖານ​ການ​ເມືອງ. ​ເຮັດ​ແນວ​ນັ້ນ ຈຶ່ງ​ເໝາະ​ສົມ​ກັບ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ​ໃນ​ສະພາບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​​ຂະນະ​ທີ່​ສະພາບ​ການ​ຂອງ​ໂລກ​ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ.


ຂ່າວ/ບົດ​ອື່ນ