ປະຊາຊົນອາຊີມີຄວາມມຸ້ງຫວັງຕໍ່ປີໃຫມ່ປີຈໍ2018

(VOVWORLD) -ກ້າວເຂົ້າສູ່ປີໃຫມ່ປີຈໍ 2018, ປະຊາຊົນ ອາຊີ ລ້ວນແຕ່ມີຄວາມມຸ້ງຫວັງຕໍ່ປີໃຫມ່ມີໂຊກມີໄຊ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.

ປະຊາຊົນອາຊີມີຄວາມມຸ້ງຫວັງຕໍ່ປີໃຫມ່ປີຈໍ2018 - ảnh 1 ຊາວ ອາຊີ ຕ້ອນຮັບບຸນປີໃຫມ່ປະຈຳຊາດ

ພາບ:Reuters

ສຳລັບປະຊາຊົນ ຈີນ ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຢູ່ຫລາຍປະເທດໃນໂລກອີກດ້ວຍ, ປີໃຫມ່ແມ່ນໂອກາດເພື່ອໃຫ້ເຂົາເຈົ້າກັບຄືນເຕົ້າໂຮມກັບຄອບຄົວ ແລະ ຍາດຕິພີ່ນ້ອງ. ໃນໂອກາດຕົ້ນປີໃຫມ່, ປະຊາຊົນ ສເກົາຫລີ ກໍ່ມີມູນເຊື້ອມອບອັງເປົ່າໃຫ້ເດັກນ້ອຍ. ບໍ່ພຽງແຕ່ຢູ່ບັນດາປະເທດ ອາຊີ ຄືຫວຽດນາມ, ຈີນ ຫລື ສເກົາຫລີ, ປະຊາຊົນບັນດາປະເທດອາຊີ ດຳລົງຊີວິດຢູ່ຫລາຍປະເທດໃນໂລກ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງຕ້ອນຮັບປີໃຫມ່ປີ ຈໍ 2018. ຢູ່ ນະຄອນຫລວງ ເມຊີໂກ ຊີຕີ, ຫລື ແບກແລນ, ບັນດາປະຊາຄົມ ຊາວ ອາຊີ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງຕ້ອນຮັບບຸນປິໃຫມ່ຢ່າງຄຶກຄື້ນມ່ວນຊື່ນຄື: ງານບຸນອາຫານການກິນ ຫລື ລາຍການສະແດງສິລະປະ. ບັນດາການເຄື່ອນໄຫວຄືດັ່ງກ່າວບໍ່ພຽງແຕ່ດຶງດູດການເຂົ້າຮ່ວມຂອງຊາວ ອາຊີ ເວົ້າສະເພາະຫາກນັບທັງປະຊາຊົນປະຈຳຖິ່ນເຂົ້າຮ່ວມເປັນຈຳນວນຫລວງຫລາຍ, ປະກອບສ່ວນເພີ່ມທະວີຄວາມສະຫນິດຕິດພັນລະຫວ່າງບັນດາປະເທດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ