ປະຕິບັດການແຍກຕົວລວມໝູ່ເປັນເວລາ 14 ວັນສຳລັບຜູ້ເຂົ້າເມືອງຫວຽດນາມທີ່ມາຈາກບັນດາປະເທດອາຊຽນ

(VOVWORLD) -ຕໍ່ໜ້າສະພາບໂລກລະບາດໂຄວິດ-19 ແຜ່ລະບາດຢູ່ອາຊີຕາເວັນອອກສ່ຽງໃຕ້, ລັດຖະບານຫວຽດນາມໄດ້ຮຽກຮ້ອງໃຫ້ມີການແຍກຕົວສຳລັບຜູ້ເຂົ້າເມືອງຫວຽດນາມທັງໝົດທີ່ມາຈາກບັນດາປະເທດຢູ່ພາກພື້ນ.
ປະຕິບັດການແຍກຕົວລວມໝູ່ເປັນເວລາ 14 ວັນສຳລັບຜູ້ເຂົ້າເມືອງຫວຽດນາມທີ່ມາຈາກບັນດາປະເທດອາຊຽນ - ảnh 1 (ພາບປະກອບ: Vietnamnet)

ລະອຽດແມ່ນ, ລັດຖະບານຫວຽດນາມໄດ້ຮຽກຮ້ອງໃຫ້ຜູ້ໂດຍສານເຊິ່ງແມ່ນພົນລະເມືອງທີ່ມາຈາກບັນດາປະເທດອາຊຽນຫຼືພົນລະເມືອງຂອງປະເທດອື່ນໆທີ່ເຄີຍຫຼືໄປຜ່ານແດນບັນດາປະເທດອາຊຽນໃນຮອບເວລາ 14 ວັນກ່ອນທີ່ເຂົ້າເມືອງຫວຽດນາມຈະຖືກບັງຄັບໃຫ້ແຍກຕົວຢູ່ລວມໝູ່ເປັນເວລາ 14 ວັນ, ໂດຍມີການຄິດໄລ່ນັບແຕ່ມື້ເຂົ້າເມືອງ. ການປະຕິບັດການແຍກຕົວແມ່ນກຳນົດເວລານັບແຕ່ 00ໂມງວັນທີ 18 ມີນາ 2020.

ໃນຂະນະນັ້ນ, ກະຊວງຄົມມະນາຄົມຂົນສົ່ງຫວຽດນາມກໍ່ໄດ້ຮຽກຮ້ອງໃຫ້ຜູ້ໂດຍສານທັງໝົດທີ່ບິນຢູ່ພາຍໃນປະເທດກໍ່ຕ້ອງແຈ້ງອາການສຸຂະພາບ, ວັດແທກອຸນຫະພູມຮ່າງກາຍກ່ອນທີ່ຈະຂຶ້ນຍົນ.

ຕອບກັບ

ຂ່າວ/ບົດ​ອື່ນ