ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ້ນ​ສຸດ​ການ​ເດີນ​ທາງ​ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ສາ​ກົນ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ຄັ້ງ​ທີ 3 ຢູ່ ຈີນ ຢ່າງ​ຈົບ​ງາມ

(VOVWORLD) -  ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເດີນທາງມາຮອດນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສການຮ່ວມມືສາກົນ ໜຶ່ງແລວໜຶ້ງເສັ້ນທາງ ຄັ້ງທີ 3 (BRF) ແຕ່ວັນທີ 17 – 20 ຕຸລາ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຈີນ, ປະທານປະເທດ ຈີນ ສີຈີ້ນຜິງ ຢ່າງຈົບງາມ.
ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສິ້ນ​ສຸດ​ການ​ເດີນ​ທາງ​ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ສາ​ກົນ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ຄັ້ງ​ທີ 3 ຢູ່ ຈີນ ຢ່າງ​ຈົບ​ງາມ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເດີນທາງກັບຄືນເມືອປະເທດ (ພາບ:  TTXVN)

ຕອນບ່າຍວັນທີ 20 ຕຸລາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເດີນທາງມາຮອດນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສການຮ່ວມມືສາກົນ ໜຶ່ງແລວໜຶ້ງເສັ້ນທາງ ຄັ້ງທີ 3 (BRF) ແຕ່ວັນທີ 17 – 20 ຕຸລາ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຈີນ, ປະທານປະເທດ ຈີນ ສີຈີ້ນຜິງ ຢ່າງຈົບງາມ.

        ຢູ່ນະຄອນຫຼວງ ປັກກິ່ງ, ຈີນ, ໃນຂອບເຂດເຂົ້າຮ່ວມກອງປະຊຸມສຸດຍອດດັ່ງກ່າວ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີໄຂ ພ້ອມກັບປະມຸກລັດ, ຜູ້ນຳໜ້າລັດຖະບານ ຫຼາຍກວ່າ 20 ທ່ານ ແລະ ຜູ້ແທນກວ່າ 4.000 ຄົນທີ່ມາຈາກກວ່າ 140 ປະເທດ ແລະ 30 ອົງການຈັດຕັ້ງສາກົນ.

        ນອກຈາກນັ້ນແລ້ວ, ທ່ານກໍມີການພົບປະ, ໂອ້ລົມກັບປະມຸກລັດ, ຫົວໜ້າຄະນະຜູ້ແທນບັນດາປະເທດ, ອົງການຈັດຕັ້ງສາກົນຫຼາຍທ່ານ ປະກອບສ່ວນຜັນຂະຫຍາຍແນວທາງການຕ່າງປະເທດ ໂດຍກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກໄດ້ວາງອອກ ຢ່າງມີປະສິດທິຜົນ.

ຫວູຢຸງ


ຕອບກັບ

ຂ່າວ/ບົດ​ອື່ນ