ປະທານປະເທດ ຫວຽດນາມ ຕ້ອນຮັບຜູ້ປະສານງານຂອງ ສປຊ ແລະ ຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ

ປະທານປະເທດ ຫວຽດນາມ ຕ້ອນຮັບຜູ້ປະສານງານຂອງ ສປຊ ແລະ ຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ
​ຕ້ອ​ນ​ຮັບ​ທ່ານ Kamal Malhotra
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 21/04 ຢູ່​ສຳ​ນັກ​ງານ​ປະ​ທານ​ປ​ະ​ເທດ ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ Kamal Malhotra ຜູ້​ປະ​ສານ​ງານ​ຂອງ​ສະ​ຫະ​ປະ​ຊາ​ຊາດ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ໂຄງ​ການ​ພັດ​ທະ​ນາ​ສ​ະຫະ​ປະ​ຊາ​ຊາດ (UNDP) ປະ​ຈຳ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດມາ​ຮັບ​ໜ້າ​ທີ່​ຢູ່ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຂອບ​ໃຈ​ການ​ໜູນ​ຊ່ວຍ​ຂອງ​ສະ​ຫະ​ປະ​ຊາ​ຊາດ​​ທີ່​ສະ​ຫງວນ​ໃຫ້ ຫວຽດ​ນາມ ໃນ​ຕະ​ຫລອດ 40 ປີ​ຜ່ານ​ມາ, ຊ່ວຍ ຫວຽດ​ນາມ ບັນ​ລຸ​ໄດ້​ຜົນ​ງານ​ເສດ​ຖະ​ກິດ - ສັງ​ຄົມຫລາຍ​ຢ່າງ ແລະ ປະ​ຕິ​ບັດ​ສຳ​ເລັດ​ຄາດ​ໝາຍ​ພັດ​ທະ​ນາ​ສະ​ຫັດ​ສະ​ວັດ (MDGs). ທ່ານ​ປະ​ທານ​ປະ​ເທດ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ສືບ​ຕໍ່​ເປັນ​ສະ​ມາ​ຊິກ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ ແລະ ຂອງ​ສະ​ຫະ​ປະ​ຊາ​ຊາດ, ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ, ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ຢູ່​ບັນ​ດາ​ອົງ​ການ​ຂ​ອງ​ສະ​ຫະ​ປະ​ຊາ​ຊາດ​ຄື: ສະ​ພາ​ເສດ​ຖະ​ກິດ - ສັງ​ຄົມ, ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ສາ​ກົນ.

        ສ່ວນ​ທ່ານ Kamal Malhotra ປາດ​ຖະ​ໜາວ່າ ທ່ານປະ​ທານ​ປະ​ເທດ ສ​ະ​ໜັບ​ສະ​ໜູນ ເພື່ອ​ໃຫ້ 2 ຝ່າຍ​ລົງ​ນາມ​ໃນ​ແຜນ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ກະ​ກຽ​ມ ແລະ ຮັບ​ມື​ກັບ​ກໍ​ລະ​ນີ El Nino ໂດຍ​ໄວ. ແຜນ​ການ​ດັ່ງ​ກ່າວ ແມ່ນ​ການສັງ​ລວມ​ໃຫ້​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ສະ​ຫະ​ຊາ​ຊາດປະ​ຈຳ ຫວຽດ​ນາມ ແລະ ນີ້ກໍ່​ແມ່ນ​ປັດ​ໃຈ​ຮ່ວມມ​ື​ລະ​ຫວ່າງ 2 ຝ່າຍ​ໃນ 5 ປີ​ຈະ​ມາ​ເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ