​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ກູ​ຈີ ຕ້ອງ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ, ວິ​ສ​າ​ຫະ​ກິດ ແລະ ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ການ​ສຶກ​ສາ​

(VOVWORLD) - ຕອນເຊົ້າວັນທີ 12 ເມສາ, ຢູ່ ເມືອງ ກູ໋ຈີ, ນະຄອນໂຮ່ຈີມີນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງ ກູ໋ຈີ ຍ້ອນມີຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ກູ​ຈີ ຕ້ອງ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ, ວິ​ສ​າ​ຫະ​ກິດ ແລະ ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ການ​ສຶກ​ສາ​ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສະເໜີເມືອງ ກູ໋ຈີ ປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເປັນຢ່າງດີ, ທັງຍູ້ແຮງການພັດທະນາເສດຖະກິດສັງຄົມຢ່າງມີປະສິດທິຜົນ. ໃນນັ້ນ, ເອົາໃຈໃສ່ເຖິງການພັດທະນາເສດຖະກິດເພື່ອໃຫ້ປະຊາຊົນມີລາຍຮັບທີ່ດີກວ່າ. ທາງເມືອງຕ້ອງຍົກສູງປະສິດທິພາບ, ປະສິດທິຜົນໃນການເຄື່ອນໄຫວຂອງກົງຈັກບໍລິຫານ, ຄຸນນະພາບການບໍລິການສາທາລະນະນະ, ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ; ເອົາໃຈໃສ່ເຖິງການພັດທະນາຂະແໜງສຶກສາ, ເພື່ອໃຫ້ປະຊາຊົນ ກູ໋ຈີ ເປັນເຈົ້າຂອງການພັດທະນາຂອງເມືອງ ຜ່ານວຽກງານສົ່ງເສີມການຮຽນ, ສົ່ງເສີມຜູ້ມີຄວາມເກັ່ງກ້າສາມາດ. ພັດທະນາເສດຖະກິດຕິດພັນກັບການອະນຸລັກຮັກສາວັດທະນະທຳຂອງທ້ອງຖິ່ນ ກູ໋ຈີ ດ້ວຍຄວາມເປັນເອກະລັກສະເພາະ. ສືບຕໍ່ປະຕິບັດວຽກງານຕອບບຸນແທນຄຸນ, ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ.

        ທີ່ພິທີ,  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມອບຂອງຂວັນໃຫ້ແກ່ບາງຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນເມືອງ ກູ໋ຈີ.

    
​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ: ກູ​ຈີ ຕ້ອງ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ, ວິ​ສ​າ​ຫະ​ກິດ ແລະ ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ການ​ສຶກ​ສາ​ - ảnh 2ທ່ານປະທານປະເທດ ຫງວຽນຊວນຟຸກ ຮັບຟັງຄຳແນະນຳກ່ຽວກັບແຜນຜັງນະຄອນໂຮ່ຈິມິນ ແລະ ບັນດາເຂດອ້ອມຂ້າງ

      ໃນຕອນບ່າຍວັນທີ 12 ເມສາ, ກ່າວຄຳເຫັນທີ່ກອງປະຊຸມສົ່ງເສີມການລົງທຶນຢູ່ 2 ເມືອງ ຮອກມົນ ແລະ ກູຈີ ທີ່ນະຄອນໂຮ່ຈີມິນ ໃນປີ 2022 , ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ ການລົງທຶນຢູ່ 2 ເມືອງຄື: ຮອກມົນ ແລະ ກູຈີ ແມ່ນມີຄວາມສໍາຄັນທີ່ຍິ່ງໃຫຍ່, ສະແດງໃຫ້ເຫັນຄວາມກະຕືລືລົ້ນຂອງນັກລົງທຶນ. ຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາວິສາຫະກິດທີ່ໃຫ້ຄຳໝັ້ນສັນຍາລົງທຶນດ້ວຍ ຫຼາຍໂຄງການຢູ່ເມືອງຮອກມົນ ແລະ ກູຈີ, ໃນນັ້ນມີບັນດາໂຄງການໃຫຍ່ມຸ່ງໄປເຖິງປະຊາຊົນ, ທ່ານປະທານປະເທດ ຫງວຽນຊວນຟຸກ ຮຽກຮ້ອງບັນດານັກລົງທຶນປະຕິບັດໂຄງການຢ່າງວ່ອງໄວ. ທ່ານກ່າວວ່າ :

  “ການພັດທະນາຂອງ ເມືອງຮອກມົນ ແລະ ກູຈີ ຕ້ອງໄດ້ຮັບການຫຼໍ່ຫຼອມຈາກບັນດາຜົນສຳເລັດ ແລະ ຄວາມລົ້ມເຫຼວໃນຂະບວນການພັດທະນາຕົວເມືອງ, ຂະບວນການຫັນເປັນອຸດສາຫະກຳ, ພັດທະນາຢ່າງກົມກຽວ ແລະ ຍືນຍົງຂອງບັນດາຂະແໜງການ ແລະ ຂົງເຂດຂອງນະຄອນ ໂຮ່ຈີມິນ, ຂອງ ພາກໃຕ້ແລະທົ່ວປະເທດ. ສະນັ້ນ, ຕ້ອງໄດ້ຮັບຟັງຄຳຄິດເຫັນປະກອບຈາກບັນດານັກຊ່ຽວຊານ, ນັກວິທະຍາສາດ ແລະ ນັກຄຸ້ມຄອງທັງຢູ່ພາຍໃນ ແລະ ຕ່າງປະເທດ. ພວກຂ້າພະເຈົ້າປາດຖະໜາຢາກດຶງດູດຄົນຮັ່ງມີ, ຜູ້ເກັ່ງກ້າສາມາດເຂົ້າມາເຄື່ອນໄຫວຢູ່ ກູຈີ, ຮອກມົນ , ສ້າງບັນດາວຽກເຮັດງານທຳ, ສ້າງລາຍຮັບເຂົ້ມງົບປະມານແບບຍືນຍົງ...”

 

ຕອບກັບ

ຂ່າວ/ບົດ​ອື່ນ