ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບນາຍົກລັດຖະມົນຕີ ສີລັງກາ

ປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບນາຍົກລັດຖະມົນຕີ ສີລັງກາ - ảnh 1
​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສີ​ລັງ​ກາ Ranil Wickremesinghe  ແລະ ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ

(vovworld) – ​​​ ​​​ຕອນ​ບ່າຍ​ວັນ​ທີ 17/4, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສີ​ລັງ​ກາ Ranil Wickremesinghe ພວມ​ມີ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊ​ີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ. ຕີ​ລາ​ຄາ​ສ​ູງ​ໝາກ​ຜົນ​ແຫ່ງ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ຄື​ບັນ​ດາ​ຂໍ້​ຕົກ​ລົງ​ສຳ​ຄັນ​ທີ່​ບັນ​ລຸ​ໄດ້​ໃນ​ໂອ​ກາດນີ້, ທ່ານ​ປະ​ທາ​ນ​ປະ​ເທດ ເຈີນ​ດ້າຍກວາງ ເຊື່ອ​ໝັ້ນ​ວ່າ: ບັນ​ດາ​ເນື້ອ​ໃນ ແລະ ການ​ກຳ​ນົດ​ທິດ​ເຊິ່ງນາ​ຍົກ​ລັດ​ຖະ​ມົນ​ຕີ 2 ປະ​ເທດ ໄດ້​ປຶກ​ສາ​ຫາ​ລື ນຳ​ກັນ​ແມ່ນມີ​ຄວາມ​ໝາຍ​ສຳ​ຄັນ, ສ້າງ​ກຳ​ລັງ​ໜູນ ແລະ ກາ​ລະ​ໂອ​ກາດ​ແຫ່ງ​ການ​ຮ່ວມ​ມື​ໃໝ່, ນຳ​ການ​ພົວ​ພັນ 2 ປະ​ເທດ​ພັດ​ທະ​ນາ​ແຮງ​ກ່​ວາ​ອີກ, ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື ແລະ ຄວາມ​ຕັດ​ສິນ​ໃຈ​ຂອງ​ການ​ນຳ ແລະ ປະ​ຊາ​ຊົນ 2 ປະ​ເທດ.

        ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສີ​ລັງ​ກາ Ranil Wickremesinghe ໃຫ້​ຮູ້​ວ່າ: ສີ​ລັງ​ກາ ພວມ​ພິ​ຈາ​ລະ​ນາ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ​ ອອກສະ​ໝັກ​ເລືອກ​ຕັ້ງ​ເຂົ້າ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ແລະ ສະ​ໜັບ​ສະ​ໜູນ​ເລື່ອງ ຫວຽດ​ນາມ ສະ​ໝັກ​ເລືອກ​ຕັ້ງຜູ້​ເປັນ​ອຳ​ນວຍ​ການ​ໃຫຍ່ UNESCO ອາ​ຍຸ​ການ 2017 -2021. ເມື່ອ​ປະ​ກາດ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ກັບ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃນ​ຕອນ​ເຊົ້າ​ວັນ​ທີ 17/4, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Ranil Wickremesinghe ໃຫ້​ຮູ້​ວ່າ: 2 ຝ່າຍ​ບັນ​ລຸ​ໄດ້ຫຼາຍ​ໝາກ​ຜົນ​ສຳ​ຄັນ​ດ້ວຍ​ເປົ້າ​ໝາຍ​ຊຸກ​ຍູ້​ການ​ພົວ​ພັນ​ກາ​ນ​ຄ້າ 2 ປະ​ເທດບົນ​ພື້ນ​ຖານ​ການ​ພົວ​ພັນ​ການ​ເມືອງ​ໜັກ​ແໜ້ນ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງປະ​ຊາ​ຊົນ 2 ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Ranil Wickremesinghe ຖື​ວ່າການຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ອາ​ຊີ ໃນ​ນັ້ນ​ມີບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແມ່ນ​ສຳ​ຄັນ​ທີ່​ສຸດ, ຜ່ານນັ້ນ, ​ຈະຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົງ​ຢູ່​ແຕ່​ລະ​ປະ​ເທດ.


ຕອບກັບ

ຂ່າວ/ບົດ​ອື່ນ