ປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງວ່າ ຕ້ອງກໍ່ສ້າງພື້ນຖານປ້ອງກັນຊາຍແດນທົ່ວປວງຊົນໃຫ້ໝັ້ນຄົງເຂັ້ມແຂງ

ປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງວ່າ ຕ້ອງກໍ່ສ້າງພື້ນຖານປ້ອງກັນຊາຍແດນທົ່ວປວງຊົນໃຫ້ໝັ້ນຄົງເຂັ້ມແຂງ - ảnh 1
ທ່ານ​ປະທານ​ປະ​ເທ​​ດຫວຽດນາມ ​ເຈືອງ​ເຕີນ​ຊາງ
ອວຍພອນ​ປີ​ໃໝ່​ພະນັກງານ, ນັກຮົບ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ
(ພາບ: bienphong.com.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 20/01, ທ່ານ​ປະທານ​ປະ​ເທ​​ດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ​ ​ແລະ ອວຍພອນ​ປີ​ໃໝ່​ພະນັກງານ, ນັກຮົບ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ. ເມື່ອຮັບ​ຟັງ​ຄວາມ​​ໃນ​ໃຈ​ຂອງ​ພະນັກງານ, ນັກຮົບ​ຢູ່​ບັນ​ດາ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ໃນ​ທົ່ວ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ໄດ້​ຍ້ອງຍໍ​ຊົມເຊີຍບັນດາ​ຜົນງານ​ເຊິ່ງກຳລັງ​ປ້ອງ​ກັນຊາ​ຍ​ແດນ​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ​​​ກຳລັງ​ປ້ອງ​ກັນຊາ​ຍ​ແດນ ຈົ່ງສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວິລະ​ຊົນ, ສາມັກ​ຄີ, ສູ້​ຊົນ​ສ້າງ​ການ​ຫັນປ່ຽນ​ໃນ​ການ​ກໍ່ສ້າງ​ພື້ນຖານ​ປ້ອງ​ກັນຊາ​ຍ​ແດນ​ທົ່ວ​ປວງ​ຊົນ​​ໃຫ້ໝັ້ນຄົງ​ເຂັ້ມ​ແຂງດ້ານ​ການ​ເມືອງ, ​ແນວ​ຄິດ ​ແລະ ການ​ຈັດ​ຕັ້ງ​ ​ເພື່ອ​ຕອບ​ສະໜອງ​ໄດ້​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຄວາມ​ສະຫງົບ​ຊາຍ​ແດນ​ແຫ່ງ​ຊາດ, ປະກອບສ່ວນ​ມ້າງເພທຳລາຍກົນ​ອຸບາຍ​ຂອງ​ບັນດາ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກໍ່​ຮຽກຮ້ອງ​ໃຫ້​ກຳລັງ​ປ້ອງ​ກັນຊາ​ຍ​ແດນ ຕ້ອງ​ສ້າງຄຸນສົມບັດ​ດ້ານ​ການ​ເມືອງ​ໃຫ້​ແກ່​ພະນັກງານ, ນັກຮົບ, ມີຄວາມສະມັກ​ຄີ, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ຍົກ​ສູງ​ຄວາມ​ສາມາດ​ກ່ຽມພ້ອມ​ສູ້​ຮົບ, ສຳ​ເລັດ​ໜ້າ​ທີ່​ເປັນ​ຢ່າງ​ດີທີ່​ສຸດ, ພ້ອມ​ທັງ​ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​​ເຮືອນ​ຄຽງ, ຮັບ​ໃຊ້​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ເປັນ​ຢ່າງ​ດີ.

ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ, ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າ​ວຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ສະຫລຸບວຽກ​ງານ​ຂອງ​ຫ້ອງ​ວ່າການ​ສຳນັກງານ​ປະ​ທານ​ປະ​ເທດ ຫວຽດນາມ.


ຂ່າວ/ບົດ​ອື່ນ