ປະທານປະເທດ ເຈືອງເຕີ໋ນຊາງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນ ໂຮ່ຈີມິນ

ປະທານປະເທດ ເຈືອງເຕີ໋ນຊາງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ນະຄອນ ໂຮ່ຈີມິນ - ảnh 1

ທ່ານປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ
(ພາບ: ອິນເຕີແນດ)

(vovworld) – ວັນ​ທີ 10/10, ທ່ານປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​​ເມືອງ 4, ນະຄອນ ​ໂຮ່ຈີ​ມິນ. ​​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​​ເມືອງ 4 ​ໄດ້​ຍົກ​ຄວາມ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ຄື: ການ​ລົງ​ຄະ​ແນນສຽງ​ໄວ້​ວາງ​ໃຈ​ສຳລັບບັນດາ​ຕຳ​ແໜ່​ງ​ໂດຍ​ສະພາ​ປະຊາຊົນ​ເລືອກ​ຕັ້ງ, ນະ​ໂຍບາຍ​ຂອງ​ລັດ​ກ່ຽວ​ກັບ​ບັນຫາ​ຮັບປະກັນ​ຊີວິດ​ສັງຄົມ, ການວາງ​ແຜນ​​ພັດທະນາ​ຄົມມະນາຄົມ, ຕົວ​ເມືອງ, ການ​ປະຕິ​ບັດ​ປະກັນ​ໄພ​ສັງຄົມ...

ທ່ານປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໄດ້​ຮັບ​ເອົາ​ຄຳ​ເຫັນ ​ແລະ ຕອບ​ບາງ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ກ່ຽວ​ກັບ​ນະ​ໂຍບາຍ​ພັດທະນາ​​ເຮືອນ​ຢູ່​ສັງຄົມ, ການວາງ​ແຜນ​ພັດທະນາ​ຕົວ​ເມືອງ, ທ່ານ​ຢືນຢັນ​ວ່າ, ພັກ, ລັດ​ເວົ້າ​ລວມ ​ແລະ ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະ ​ໄດ້​ມີ​ບັນດາ​ນະ​ໂຍບາຍ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ໜູນ​ຊ່ວຍ​ປະຊາຊົນ​ດຳລົງ​ຊີວິດ​ເປັນ​ປົກກະຕິ. ກ່ຽວ​ກັບ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ, ທ່ານ​ປະທານ​ຖື​ວ່າ ນີ້​ແມ່ນ​ແຜນ​ນະ​ໂຍບາຍ​ຖືກຕ້ອງ​ທີ່​ສຸດ, ​ເລື່ອງ​ປ່ອນ​ບັດ​ແມ່ນ​ການ​ຕີ​ລາຄາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຂອງ​ສະມາຊິກ​ສະພາປະຊາຊົນ​ທີ່​ມີ​ຕໍ່​ພະນັກງານ ​ເພື່ອ​ຮັບ​ຮູ້​ໄດ້​ຕົວ​ເອງ, ຜ່ານ​ນັ້ນ​ຈະ​ແກ້​ໄຂ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ ​ແລະ ສືບ​ຕໍ່​ເສີມ​ຂະຫຍາຍ​ຈຸດ​ດີ.

ຂ່າວ/ບົດ​ອື່ນ