ປະທານປະເທດພົບປະກັບຜູ້ມີສິດເລືອກຕັ້ງເມືອງ 4 ນະຄອນໂຮ່ຈິມິນ

ປະທານປະເທດພົບປະກັບຜູ້ມີສິດເລືອກຕັ້ງເມືອງ 4 ນະຄອນໂຮ່ຈິມິນ - ảnh 1
( ທ່ານ​ປະທານ​ປະ​ເທດ Truong Tan Sang
ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຢູ່​ເມືອງ 4 )


( vovworld ) -   ຕອນ​ເຊົ້າ​ວັນ​ທີ 23/6, ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ໜ່ວຍ 1, ຫົວໜ່ວຍ​ນະຄອນ​​ໂຮ່ຈິ​ມິນ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງກວ່າ 200 ຄົນ ຢູ່​ເມືອງ 4. ບັນດາ ສສຊ ​ໄດ້​ລາຍ​ງານ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໝາກຜົນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ທີ່​ຜ່ານ​ມາ. ທີ່​ກອງ​ປະຊຸມ, ສະພາ​ແຫ່ງ​ຊາດ​ໄດ້​ຕົກລົງ​ບັນດາ​ບັນຫາ​ທີ່​ຈຳ​ເປັນ. ກ່ຽວ​ກັບ​ເສດຖະກິດ, ສັງຄົມ, ສະພາ​ແຫ່ງ​ຊາດ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ; ​ແຕ່​ນີ້​ຮອດ​ທ້າຍ​ປີສືບ​ຕໍ່​ໃຫ້​ບຸລິມະສິດ​ແກ່​ຄາດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມ, ພິ​ເສດ​ຖື​​ເປັນ​ສຳຄັນເລື່ອງ​ຮັກສາ​ລະດັບ​ເຕີບ​ໂຕ​ດ້ານ​ເສດຖະກິດ​​ໃຫ້ເໝາະ​ສົມ, ​ສ້າງໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ດ້ວຍ 6 ໝວດ​ມາດ​ຕະການ​ຢ່າງ​ລະອຽດ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ເນັ້ນ​ໜັກ​ວ່າ.

   “ບັນ​ຫາ​ສຳຄັນ​ແມ່ນ​ພວກ​ເຮົາ​ຕ້ອງ​ຮັກສາ​​ບັນຫາ​ຄວບ​ຄຸ້ມ​ໄພ​ເງິນ​ເຟີ້​​ໃຫ້​ຢູ່​ໃນ​ລະດັບໜຶ່ງ​ຕົວ​​ເລກ. ສະພາບ​ຕົວ​ຈິງ​ໃນປະຈຸ​ບັນ​​ແມ່ນ ໄພ​ເງິນ​ເຟີ້​ພວມ​ຫຼຸດ​ລົງ​ໃນ​ລະດັບ 1 ຕົວ​ເລກ ​​ແຕ່​ສະພາບການຜະລິດພັດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ຕ້​ອງ​ແກ້​ໄຂ​ຄື​ແນວ​ໃດ​ເພື່ອຄວບ​ຄຸ້ມ​ໄພ​ເງິນ​ເຟີ້​ໃຫ້​ໄດ້, ທັງ​ຮັກສາ​ການເຕີບ​ໂຕ​​ໃຫ້ຢູ່​ລະດັບ​ເໝາະ​ສົມ ​ແຕ່​ກໍ່ບໍ່​ເຮັດ​ໃຫ້​ລະດັບໄພ​ເງິນ​​ເຟີ້ເພີ່​ມຂຶ້ນ​ຄືນໃໝ່.​ ຄຽງ​ຄ້າງ​ນັ້ນ, ຕ້ອງ​ມີ​​ມາດ​ຕະການຕ່າງໆ​ຢ່າງ​ທັນ​ການ​ເພື່ອ​ປັບ​ປຸ້ງ, ​ແກ້​ໄຂ​ສະພາບ​ການ​ຜະລິດ​ທີ່​ຍັງຊັກ​ຊາ​​ໄວ້ຄື​ປະ​ຈຸ​ບັນ. ຖ້າ​ຫາກບໍ່​​ເຮັດໄດ້​ຄື​ແນວ​ນັ້ນ ​ແມ່ນ​ບໍ່​ສາມາດຮັບປະກັນ​ຊີວິດ​ສັງຄົມ​ໄດ້ ແລະ ການ​ເຕີບ​ໂຕ​ເສດຖະກິດ​ບັນດລຸ​ລະ​ດັບ​ຕຳສຸດ ຈະ​ບໍ່​ສາມາດ​ປະຕິບັດ​ມະຕິກອງ​ປະຊຸມ​ໃຫຍ່​ພັກ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ກ່ຽວ​ກັບ​ຈຸດໝາຍ​ຫັນ​ເປັນອຸດສາຫະກຳ, ທັນ​ສະ​ໄໝ​​ໄດ້”.

ຂ່າວ/ບົດ​ອື່ນ