ປະທານປະເທດມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ3ທ່ານ

ປະທານປະເທດມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ3ທ່ານ - ảnh 1
ປະທານປະເທດມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ3ທ່ານ

(vovworld) - ຕອນ​ບ່າຍ​ວັນ​ທີ 21/12, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ​ ໄດ້​ມອບ​ຂໍ້​ຕົກລົງ​ແຕ່ງ​ຕັ້ງ ​ເອກ​ອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ ປະຈຳ​ລາວ, ກູ​ບາ ​ແລະ ​ແອດ​ສະ​ປາຍ, ອາຍຸ​ການ 2016-2019, ​ເມື່ອ​ມອບ​ໜ້າ​ທີ່​ໃຫ້​ບັນດາ​ເອກ​ອັກຄະ​ລັດຖະທູດ, ທ່ານປະທານ​ປະ​ເທດ ເຈິ່ນດ້າຍ​ກວາງ ສະ​ເໜີ​ໃຫ້​ບັນດາ​ທ່ານ​ເອກ​ອັກຄະ​ລັດຖະທູດ​ເປັນ​ເຈົ້າ​ການ, ​ເສີມ​ຂະຫຍາຍ​ຈິດ​ໃຈ​ປະດິດ​ສ້າງ, ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ, ​ເພີ່ມ​ທະວີ​ກວ່າ​ອີກ ​ແລະ ນຳ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ເພື່ອນ​ມິດ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ ​ແລະ ມີ​ສະຖຽນ​ລະ​ພາບ. ທ່ານ​ປະທານ​ປະ​ເທດ​ຖື​ວ່າ, ​ໄລຍະ​ເວລາ​ທີ່​ບັນດາ​ທ່ານ​ເ​ອກອັກຄະ​ລັດຖະທູດ​ເດີນທາງ​ໄປ​ຮັບ​ໜ້າ​ທີ່​ໃໝ່​ແມ່ນ​ກົງ​ກັບ​​ໄລຍະ​ເວລາ​ທີ່​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ພວມ​ປະກົດ​ຫຼາຍ​ປັດ​ໃຈ​ທີ່​ສັບສົນ, ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້. ​ເພື່ອ​ປະຕິບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳຄັນ ​ເຊິ່ງພັກ ​ແລະ ລັດ​ໄດ້​ມອບ​ໝາຍ​ໃຫ້, ທ່ານ​ປະທານ​ປະ​ເທດສະ​ເໜີ​ບັນດາ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຈົ່ງ​ກຳ​ແໜ້ນ 3 ໜ້າ​ທີ່​ການ​ທູດ​ສຳຄັນ​ແມ່ນ​ຮັກສາ​ສະພາບ​ສັນຕິພາບ, ສະຖຽນ​ລະ​ພາບ, ສະ​ແຫວ​ງຫາ​ບັນດາ​ແຫຼ່ງກຳລັງ​ຈາກ​ພາຍ​ນອກ​ເພື່ອ​ພັດທະນາ​ປະ​ເທດ​ຊາດ; ​ເດັດ​ດຽວ, ຍືດໝັ້ນ​ຕໍ່ສູ້​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນຄົງ; ຍົກ​ສູງ​ທີ່​ຕັ້ງ, ອິດ​ທິພົນ​ຊື່​ສຽງ​ຂອງ​ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ຢືນຢັນ​ວ່າ, ພັກ ​ແລະ ລັດ ກໍ່​ຄື​ກະຊວງ​ການ​ຕ່າງປະ​ເທດ​ຍາມ​ໃດ​ກໍ່​ເປັນ​ບ່ອນ​ອີງ, ​ເປັນ​ແນວ​ຫຼັງ​ໃຫຍ່​ເພື່ອ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ​ອຸ່ນ​ອ່ຽນ​ໃຈ​ປະຕິບັດ​ງານ ​ແລະ ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງ​ໄດ້​ຮັບ​ມອບ​ໝາຍ.

 

ຂ່າວ/ບົດ​ອື່ນ