ປະທານປະເທດເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານຂອງຂະແໜງໄອຍະການປີ 2018

(VOVWORLD) -ຕອນເຊົ້າວັນທີ 29 ທັນວາ, ທີ່ຮ່າໂນ້ຍ, ອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍວຽກງານຂອງຂະແໜງໄອຍະການປະຊາຊົນປີ 2018.
ປະທານປະເທດເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານຂອງຂະແໜງໄອຍະການປີ 2018 - ảnh 1 ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ, ໄດຍ້ອງຍໍ ແລະ ຕີລາຄາໝາກຜົນທີ່ຂະແໜງໄອຍະການປະຊາຊົນບັນລຸໄດ້ໃນປີ 2017. ທ່ານປະທານປະເທດຖືວ່າ: ປີ 2018 ແມ່ນປີບານພັບ, ມີຄວາມໝາຍສຳຄັນໃນເລື່ອງຍູ້ແຮງການສູ້ຊົນປະຕິບັດສຳເລັດໜ້າທີ່ພັດທະນາເສດຖະກິດ, ສັງຄົມໄລຍະ 2016 – 2020. ທ່ານປະທານປະເທດສະເໜີຂະແໜງໄອຍະການປະຊາຊົນ ສືບຕໍ່ຊາບຊຶມ, ປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດກ່ຽວກັບຂົງເຂດຕຸລາການຢ່າງມີປະສິດທິຜົນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວວ່າ:

        “ຍົກສູງຄວາມຮັບຜິດຊອບ, ຄຸນນະພາບການປະຕິບັດສິດໄອຍະການ ແລະ ຄວບຄຸມການເຄື່ອນໄຫວດ້ານຕຸລາການ; ປະຕິບັດຢ່າງຖືກຕ້ອງ, ຄົບຖ້ວນ, ມີປະສິດທິຜົນດ້ານໜ້າທີ່, ສິດອຳນາດ, ຄວາມຮັບຜິດຊອບຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ. ສຸມໃສ່ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ, ເປັນຕົ້ນແມ່ນອາດຊະຍາກຳແບບໃໝ່. ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງ ຍູ້ໄວຄວາມຄືບໜ້າໃນການສຳຫລວດກວດກາ, ຟ້ອງສານ, ພິພາກສາ ບັນດາຄະດີສໍ້ລາດບັງຫລວງ, ເສດຖະກິດໃຫຍ່ຢ່າງເຂັ້ມງວດ ແລະ ຮິບຄືນຊັບສິນຂອງລັດທີ່ຖືກຢຶດເອົາ ແລະ ບັນດາຄະດີຖືກໂຈະໄວ້ຊົ່ວຄາວ.

        ທ່ານປະທານປະເທດສະເໜີຂະແໜງໄອຍະການ ເປີດກ້ວາງການຮ່ວມມືກັບສາກົນ, ຍູ້ແຮງການກໍ່ສ້າງ ແລະ ປະຕິບັດບັນດາສັນຍາໜູນຊ່ວຍດ້ານຕຸລາການກ່ຽວກັບຄະດີອາຍາຢ່າງຄົບຖ້ວນ, ຍົກສູງປະສິດທິຜົນການຮ່ວມມືສາກົນໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ.

ຕອບກັບ

ຂ່າວ/ບົດ​ອື່ນ