ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນໄຊຊະນະຟາດຊິດຂອງປະຊາຊົນໂລກຢູ່ປັກກິງ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນໄຊຊະນະຟາດຊິດຂອງປະຊາຊົນໂລກຢູ່ປັກກິງ - ảnh 1
ທ່ານ​​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ
(ພາບປະກອບ)


(vovworld) – ຕອນ​ເຊົ້າ​ວັນ​ທີ 03/09, ຢູ່​ສະໜາມ​ຫຼວງ ທຽນ​ອານ​ເມີນ​ ຢູ່​ນະຄອນຫຼວງ ປັກ​ກິ​ງ, ປະ​ເທດ​ຈີນ, ​ໄດ້​ດຳ​ເນີນ​ພິທີສະ​ເຫຼີ​ມສະຫຼອງ 70 ​ປີ​ແຫ່ງ​ວັນ​ໄຊຊະນະ​ຟາດ​ຊິດ​ຂອງ​ປະຊາຊົນ​ໂລກ​. ​ພິທີ​ສະ​ເຫຼີມ​ສະຫຼອງເທື່ອ​ນີ້ ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ນຳລັດ ​ແລະ ລັດຖະບານ​ 30 ທ່ານ​ຂອງ​ຫຼາຍ​ປະ​ເທດ, ທ່ານ​ເລ​ຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon, ພ້ອມ​ກັບ​ບັນດາ​ກນັກ​ເຄື່ອນ​ໄຫວ​ການ​ເມືອງ, ຜູ້ຕາງ​ໜ້າ​ບັນ​ດາ​ອົງການ​ຈັດ​ຕັ້ງ​ສາກົນ. ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ເຂົ້າ​ຮ່ວມ ພິທີ​ສະ​ເຫຼີມສະຫຼອງ​ນີ້.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເລຂາທິການ​ໃຫຍ່, ປະ​ທານ​ປະ​ເທດ​ສ.ຈີນ​ ສີ​ຈິນຜິ​ງ ​ໄດ້​ອ່ານ​ສູນ​ທອນ​ພົດ ຊີ້​ແຈ້ງ​ຄວາມ​ສຳຄັນ​, ຄວາມ​ໝາຍ​ຂອງ​ໄຊຊະນະ​ລັດທິຟາດ​ຊິດ ​ໃນ​ໄລຍະ 70 ປີກ​ອນນີ້. ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ຂອງ​ໄຊ​ຊະນະ​ຟາດ​ຊິດ ສຳລັບ​ພາລະກິດ​ພັດທະນາ​ຂອງ​ຈີນ ​ໃນ​ປະຈຸ​ບັນ ​ແລະ ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິ​ພາບ. ທ່ານເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ  ປາດ​ຖະໜາ​ວ່າ​ຢາກ​ກໍ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສາກົນ ບົນ​ພື້ນຖານ​ເຄົາລົບ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ; ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈີນ ຈະ​ຢືດໝັ້ນ​ແນວທາງ​ພັດທະນາ​ສັນ​ຕິ​ພາບ...

ຂ່າວ/ບົດ​ອື່ນ