ປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນສິ້ນສຸດການຢ້ຽມຢາມມິດຕະພາບຫວຽດນາມຢ່າງເປັນທາງການ

ປະທານສະພາຜູ້ແທນປະຊາຊົນແຫ່ງຊາດຈີນສິ້ນສຸດການຢ້ຽມຢາມມິດຕະພາບຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ ຈາງ​ເຕີ​ຈຽງ ແລະ ທ່ານ​ນາງ​ ຫງວຽນ​ທິກີ​ມ​ເງິນ
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 11/11, ທ່ານ ຈາງ​ເຕີ​ຈຽງ ກຳມະການ​ປະຈຳ​ກົມການ​ເມືອງ, ປະທານ​ສະ​ພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ ຈີນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ຈີນ ​ເດີນທາງ​ອອກ​ຈາກ ດ່າ​ໜັງ, ສິ້ນ​ສຸດ​ການ​ຢ້ຽມຢາມ​ມິດຕະພາບ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 08 – 11/11/2016 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິກີ​ມ​ເງິນ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ ຈາງ​ເຕີ​ຈຽງ ປະທານ​ສະ​ພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ ຈີນ ​ໄດ້​​ເຈລະຈາ​ກັບ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ; ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍກວາງ, ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ…

        ຜ່ານ​ບັນດາ​ການ​ພົບ​ປະ​ເຈລະຈາ, 2 ຝ່າຍ​ລ້ວນ​ແຕ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ; ​ເຫັນ​ດີ​ເປັນ​ເອກະສັນຄວນ​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ຄວາມ​ຮັບ​ຮູ້​ລວມ ຊຶ່ງ​ບັນລຸ​ໄດ້​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ​ເປັນ​ຢ່າງ​ດີ ຮັກສາ​ເປັນ​ປະຈຳການ​ພົບ​ປະ​ແລກປ່ຽນ​ຂັ້ນ​ສູງ, ​ເສີມ​ຂະຫຍາຍ​ບັນດາ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ…2 ຝ່າຍ​ໄດ້​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ສະພາ​ຜູ້​ແທນ​ປະຊາຊົນແຫ່ງ​ຊາດ ຈີນ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ