ປະທານສະພາແຫ່ງຊາດ ຫວຽດນາມພົບປະເຈລະຈາ ກັບປະທານສະພາແຫ່ງ ຊາດສີລັງກາ

ປະທານສະພາແຫ່ງຊາດ ຫວຽດນາມພົບປະເຈລະຈາ ກັບປະທານສະພາແຫ່ງ ຊາດສີລັງກາ   - ảnh 1
(ພາບ:
truongtansang.net)

(vovworld)-  ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງທ່ານປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ຫງວຽນ​ຊິງ​ຮຸ່ງ, ຄະນະ​ຜູ້​ແທນ​ຂັ້ນສູງ​ສະພາ​ແຫ່ງ​ຊາດ​ສີ​ລັງກາ ​ໂດຍ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ  Chamal Rajapaksa ນຳ​ໜ້າ ​ໄດ້​ເດີນທາງ​ມາ​ຮອດ​ຮ່າ​ໂນ້ຍ, ​ເລີ່​ມຕົ້ນການ​ຢ້ຽມຢາມ​ຫວຽດນາມ ຢ່າ​ງ​ເປັນ​ທາງ​ການ. ຕອນ​​​ເຊົ້າ​ວັນ​ທີ 15/7, ພິທີ​ຕ້ອນຮັບທ່ານ​ປະທານ​ສະພາ​ແຫ່ງ​ຊາດສີ​ລັງກາ ​ແລະ ຄະນະ ​ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​. ພາຍຫຼັງພິທີ​ຕ້ອນຮັບ, ຄະນະ​ຜູ້​ແທນ​ຂັ້ນສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ນຳ​ໜ້າໄດ້​ດຳ​ເນີນ​ການ​ພົບ​ປະ​ເຈລະຈາ​ກັບຄະນະ​ຜູ້​ແທນ​ຂັ້ນສູງ​ສະພາ​ແຫ່ງ​ຊາດ​ສີ​ລັງກາ ໂດຍ​ທ່ານປະທານ​ສະພາ​ແຫ່ງ​ຊາດ  Chamal Rajapaksa ນຳ​ໜ້າ.

  ສອງ​ຝ່າຍ​ສະ​ແດງ​ຄວາມ​ເຊື່ອໝັ້ນວ່າ ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ, ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ-​ສີ​ລັງກາ ກ່ວາ​ອີກ, ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ ​ແລະ ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າ​ຍ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ​່ງຊາດ​ກ່ວາ​ອີກ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ຊື່​ງລັດຖະບານ​ສອງ​ປະ​ເທດ​ໄດ້​ໃຫ້​ຄຳໝັ້ນສັນຍາ, ສ້າງ​ເງື່ອ​ນໄຂສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ, ສົ່ງ​ເສີມ​ການ​ຄ້າ, ​ການ​ລົງທຶນ.

  ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ  ສະ​ເໜີ​ໃຫ້​ສອງ​ຝ່າຍ​ຕ້ອງ​ເປັນ​ເຈົ້າການ​ກ່ວາ​ອີກ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ຊອກ​ຮູ້​ຊື່​ງກັນ ​ແລະ ກັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລກປ່ຽນ​ບົດຮຽນ​ໃນ​ຂົງ​ເຂດ​ຫາ ​ແລະ ລ້ຽງ​ປູກ​ສິນ​ໃນ​ນ້ຳ, ກະສິກຳ, ສຳ​ຫຼວດຂຸດ​ຄົ້ນນ້ຳມັນ​ອາຍ​ແກ​ສ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ຖື​ວ່າ ສອງ​ຝ່າຍ​ຄວນ​ສືບ​ຕໍ່​ສະໜັບສະໜູນ​ຊື່​ງກັນ ​ແລະ ກັນ​ບົນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລກປ່ຽນ​ບົດຮຽນ​ດ້ານ​ນິຕິບັນຍັດ. ສ່ວນທ່ານປະທານ​ສະພາ​ແຫ່ງ​ຊາດສີລັງກາ Chamal Rajapaksa ​ໄດ້​ຢືນຢັນວ່າ ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ລັດຖະສະພາ ​ແລະ ປຊຊ ສອງ​ປະ​ເທດ, ທ່ານ​ເຫັນ​ດີ​ເປັນ​ເອກະສັນ​ສູງ​ກ່ຽວ​ກັບ​ເລື່ອງ​ສອງ​ຝ່າຍ​ສືບ​ຕໍ່​ສະໜັບສະໜູນ​ ​ແລະ ຊ່ວຍ​ເຫຼືອຊື່​ງກັນ ​ແລະ ກັນບົນ​ເວທີ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ສິ່ງ​ທ້າ​ທາຍ​ລວມທີ່ມີ​ລັກສະນະ​ທົ່ວ​ໂລກ​ຄື: ການ​ຊຸດ​ໂຊມ​ດ້ານ​ເສດຖະກິດ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.



ຂ່າວ/ບົດ​ອື່ນ