ປະທານສະພາແຫ່ງຊາດຊູແອດສິ້ນສຸດການຢ້ຽມຢາມຫວຽດນາມ

ປະທານສະພາແຫ່ງຊາດຊູແອດສິ້ນສຸດການຢ້ຽມຢາມຫວຽດນາມ - ảnh 1
ທ່ານ Urban Ahlin, ປະທານ​ສະພາ​ແຫ່ງ​ຊາດ​ຊະ​ອານາຈັກ​ຊູ​ແອດ
ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ
(ພາບ: TTXVN)

(vovworld) - ຕອນ​ຄຳ່​ວັນ​ທີ 2/4, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ລາຊະ​ອານາຈັກ​ຊູ​ແອດ, ​ໂດຍ​ທ່ານ Urban Ahlin, ປະທານ​ສະພາ​ແຫ່ງ​ຊາດ​ນຳ​ໜ້າ, ​ໄດ້​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ແລະ ການ​ເຂົ້າ​ຮ່ວມ IPU 132 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ.

        ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ. ທ່ານປະທານສະພາ​ແຫ່ງ​ຊາດ​ລາຊະ​ອານາຈັກ​ຊູ​ແອດ Urban Ahlin ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ທ່ານ ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ, ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ກະຊວງ​ສາທາລະນະ​ສຸກ. ທີ່​ການ​ພົບ​ປະ, ​ເຈລະຈາ​​ເຫຼົ່າ​ນັ້ນ, ການ​ນຳ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ນຳ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ພັດທະນາ​ຢ່າງ​ແຮງ​ໃນ​ທຸກ​ດ້ານ ​ແລະ ​ເລິກ​ເຊິ່ງ, ມີ​ປະສິດທິ​ຜົນ​ກວ່າ​ອີກ. ສອງ​ຝ່າຍ​ເຫັນ​ດີ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ສົມທົບ​ກັນ​ໃນ​ບັນດາ​ຂົງ​ເຂດ: ພະລັງງານ​ສະອາດ, ການ​ຂົນ​ສົ່ງ, ການ​ບໍລິການ​ທະນາຄານ - ການ​ເງິນ, ອຸປະກອນ​ການ​ແພດ, ຍົກ​ສູງ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃຫ້​ຂຶ້ນ​ສູ່​ລະດັບ 1,2 ຕື້ USD ຄື​ປະຈຸ​ບັນ. ສອງ​ຝ່າຍ​ກໍ່​ເຫັນ​ດີ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ; ​ເພີ່ມ​ທະວີ​ການ​ເຈລະຈາ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ