ປະທານສະພາແຫ່ງຊາດພົບປະເຈລະຈາກັບປະທານສະພາຕ່ຳສ.ກາຊັກສະຖານ

(VOVWORLD) -ຕອນບ່າຍວັນທີ 09 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນອກກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດອາຊີ - ເອີລົບ ຄັ້ງທີ 3 ຢູ່ Antalya, ປະເທດຕວກກີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາຕໍ່ຳສ.ກາຊັກສະຖານ Nurlan Z.Nigmatulin.

ປະທານສະພາແຫ່ງຊາດພົບປະເຈລະຈາກັບປະທານສະພາຕ່ຳສ.ກາຊັກສະຖານ - ảnh 1 (ທ່ານປະທານສະພາແຫ່ງຊາດພົບປະເຈລະຈາກັບປະທານສະພາຕ່ຳສ.ກາຊັກສະຖານ)

ຜູ້ນຳ 2 ທ່ານໄດ້ຕີລາຄາກ່ຽວກັບການພົວພັນດ້ານການເມືອງລະຫວ່າງ 2 ປະເທດ ທີ່ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ຮັບຮູ້ບັນດາບາດກ້າວພັດທະນາໃໝ່ໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດໃນໄລຍະມໍ່ໆມານີ້.

        ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຊື້ອເຊີນທ່ານປະທານສະພາຕ່ຳ Nurlan Z.Nigmatulin ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ເພື່ອໃຫ້ 2 ຝ່າຍສືບຕໍ່ແລກປ່ຽນກ່ຽວກັບບັນດາມາດຕະການລະອຽດເພື່ອຊຸກຍູ້ການພົວພັນຮອບດ້ານລະຫວ່າງ 2 ປະເທດໃນທຸກຂົງເຂດ, ພິເສດແມ່ນລະຫວ່າງ 2 ສະພາແຫ່ງຊາດ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ກໍ່ສະເໜີໃຫ້ ກາຊັກສະຖານ ສະໜັບສະໜູນຫຼັກໝັ້ນ, ຫຼັກການຂອງຫວຽດນາມ ແລະ ອາຊຽນ ໃນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີເນື້ອໃນແທດຈິງໂດຍໄວ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ