ປະທານສະພາແຫ່ງຊາດພົບປະເຈລະຈາກັບປະທານສະພາແຫ່ງຊາດລາຊະອານາຈັກ ຊູແອັດ

ປະທານສະພາແຫ່ງຊາດພົບປະເຈລະຈາກັບປະທານສະພາແຫ່ງຊາດລາຊະອານາຈັກ ຊູແອັດ - ảnh 1
ທ່ານ​ນາງ ຫງວຽນ​ທິ​ກີມ​ເງີນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ພ້ອມ​ກັບ​
ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ


(vovworld) – ຕອນ​ເຊົ້າ​ວັນ​ທີ 6/4 (ຕາມ​ເວ​ລາ​ທ້ອງ​ຖີ່ນ), ທ່ານ​ນາງ ຫງວຽນ​ທິ​ກີມ​ເງີນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ພ້ອມ​ກັບ​ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ໄດ້​ໄປ​ຮອດ ນະ​ຄອນຫຼວງ Stockholm, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ ລາ​ຊະ​ອາ​ນາ​ຈັກ ຊູ​ແອັດ ຢ່າງ​​ເປັນທາງ​ການ ຕາມ​ຄຳ​ເຊີນ​ຂອງ ທ່ານ Urban Ahlin ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາ​ຊະ​ອາ​ນາ​ຈັກ ຊູ​ແອັດ. ​ຕອນ​ບ່າຍວັນ​ດຽວ​ກັນ, ພິ​ທີ​ຕ້ອນ​ຮັບ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້ດຳ​ເນີນ​ໄປ ຢ່າງ​ສົມ​ກຽດ ຢູ່ຫໍ​ສະ​ພາ​ແຫ່ງ​ຊາດ ຊູ​ແອັດ.  ພາຍຫຼັງ​ພິ​ທີ​, ສອງ​ຝ່າຍ​ໄດ້ດຳ​ເນີນ​ການ​ພົບ​ປະ​ເຈ​ລະ​ຈາ. ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ສອງ​ຝ່າຍເຫັນ​ດີ​ເປັນ​ເອ​ກະ​ສັນ ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວມ​ມື​ທີ່​ເປັນມູນ​ເຊື້ອ​ມາ​ແຕ່​ດົນ​ນານ​ລະ​ຫວ່າງ​ສອງ​ປະ​ເທດ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຄວນ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ດ້ານການ​ຄ້າ, ການ​ລົງ​ທຶນເພື່ອ​ສົມກັບຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງແຕ່​ລະ​ປະ​ເທດ. ສອງ​ຝ່າຍ​ປາດ​ຖະ​ໜາ​ຢາກ​ພ້ອມ​ກັນຊຸກ​ຍູ້​ພັດ​ທະ​ນາ​ສາຍ​ພົວ​ພັນລັດ​ຖະ​ສະ​ພາ​ໃຫ້ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່​ຜ່ານ​ການເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນຕິດ​ຕາມກວດ​ກາ ແລະ ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາຂໍ້​ຕົກ​ລົງ​​ຮ່ວມ​ມື ເຊິງ​ລັດ​ຖະ​ບານ​ສອງ​ປະ​ເທດ​ໄດ້​ລົງ​ນາມ, ບັນ​ດາ​ໂຄງ​ການ​ຮ່ວມ​ມື​​ຍຸດ​ທະ​ສາດ; ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ເພີ່ມ​ທ​ະ​ວີ​​ການ​ພົບ​ປ​ະແລກ​ປ່ຽນ, ຊຸກ​ຍູ້​ການ​ພົວ​ພັນ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​​ເຊິ່ງ​ກັນ​ແລະ​ກັນ ແລະ ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ; ຮ່ວມ​ມື​ພັດ​ທະ​ນາ ແລະ ປົກ​ປັກຮັກ​ສາ​​ສິ່ງ​ແວດ​ລ້ອມ. ສອງ​ຝ່າຍ​ຖື​ວ່າ​ການ​ລົງ​ນາມ ແລະ ໃຫ້ສັດ​ຕະ​ຍາ​ບັນສັນ​ຍາ​ການ​ຄ້າເສ​ລີ ຫວຽດ​ນາມ - ເອີ​ລົບ​ໂດຍ​ໄວ ຈະນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດລວມ ໃຫ້​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ, ປະ​ກອບ​ສ່ວນ​​ເພີ່ມ​ວົງ​ເງີນການ​ຄ້າສອງ​ຝ່າຍ, ໃນ​ນັ້ນ​ມີ ຫວຽດ​ນາມ ແລະ ຊູ​ແອັດ.

ເນື່ອງ​ໃນ​ໂອ​ກາດ​ນີ້, ທ່ານ​ນາງ ຫງວຽນ​ທິ​ກີມ​ເງີນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຢ້ຽມ​ຢາມ ຫໍ​ສະ​ພາ​ແຫ່ງ​ຊາດ ຊູ​ແອັດ ແລະ ​ຂຽນ​ໃສ່ປື້ມ​ບັນ​ທຶກ. ຕອນ​ຄ່ຳວັນ​ດຽວ​ກັນ, ທ່ານ Urban Ahlin ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາ​ຊະ​ອາ​ນາ​ຈັກ ຊູ​ແອັດ ເປັນ​ເຈົ້າ​ພາບ​ງານ​ລ້ຽງ ທ່ານ​ນາງ ຫງວຽນ​ທິ​ກີມ​ເງີນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ພ້ອມ​ກັບ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງສະ​ພາ​ແຫ່ງ​ຊາດ ຫ​ວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ