ປະທານສະພາແຫ່ງຊາດສ.ເກົາຫຼີ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ປະທານສະພາແຫ່ງຊາດສ.ເກົາຫຼີ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ Kang Chang Hee, ປະທານ​ສະພາ​ແຫ່ງ​ຊາດສ.​ເກົາຫຼີ ​
(ພາບ: Yonhap)
(vovworld) -     ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ, ຕອນ​ຄໍ່າ​ວັນ​ທີ 13/01, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ ​ໂດຍ​ທ່ານ Kang Chang Hee, ປະທານ​ສະພາ​ແຫ່ງ​ຊາດ​ນຳ​ໜ້າ ​ໄດ້​ເດີນທາງ​ມາ​ຮອດ​ຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ໃນ​ລະຫວ່າງ​ວັນ​ທີ 13 – 16/01/2013. ຕາມ​ແຜນການ​ຢ້ຽມຢາມ ຄາ​ດວ່າ, ວັນ​ທີ 14/01, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ຈະ​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານສະພາ​ແຫ່ງ​ຊາດ ສ.​ເກົາຫຼີ ກ່ຽວ​ກັບ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານສະພາ​ແຫ່ງ​ຊາດ ສ.​ເກົາຫຼີ ກໍ​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ ​ແລະ ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ.
ຂ່າວ/ບົດ​ອື່ນ