ປະທານສະພາແຫ່ງຊາດຫງວຽນຊິງຮູ່ງເຮັດວຽກ ຢູ່ແຂວງຟູ໋ອຽນ

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງເຮັດວຽກ ຢູ່ແຂວງຟູ໋ອຽນ - ảnh 1

ປະທານ​ສະພາ​​ແຫ່ງ​ຊາດ​ຫງວຽນ​ຊິງ​ຮູ່ງ​ເຮັດ​ວຽກ​ຢູ່​ແຂວງ​ຟູ໋ອຽນ


(vovworld) – ​ຕອນ​ບ່າຍ​ວັນ​ທີ 9/12, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ມີໄດ້ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂະ​ແໜງ​ສຶກສາ​ຢູ່​ມະຫາວິທະຍາ​ໄລ ຟູ໋ອຽນ.

     ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 9/12, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ມີ​ການ​ເຮັດ​ວຽກ​ກັບ​ພະນັກງານ​ຫຼັກ​ແຫຼ່ງ​ແຂວງ ຟູ໋ອຽນ ກວດກາ​ການປະຕິບດມະຕິ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ໜ້າ​ທີ່ ປີ 2013, ສະພາບ​ການ​ເສດຖະກິດ ສັງຄົມ​ການ​ປ​້ອງກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ທ້ອງ​ຖິ່ນ, ​ໄລຍະ​ປີ 2010 – 2015.

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ໃຫ້​ແຂວງ ຟູ໋ອຽນ ຄວນ​ກວດກາ​ໜ້າ​ທີ່​ຂອງ​ທ້ອງ​ຖີ່​ນຊຶ່ງ​ຄະນະ​ພັກ ​ແລະ ສະພາ​ປະຊາຊົນ​ແຂວງ​ຮັບຮອງ​ເອົາເພື່ອ​ຮັບປະກັນ​ບັນດາຄາດໝາຍ​ເສດຖະກິດ, ສັງຄົມ. ​ໃນ​ນັ້ນ, ສຸ​ມ​ໃສ່​ພັດທະນາ​ກະສິກຳ, ຊົນນະບົດ ​ແລະ ຊາວ​ກະສິກອນ. ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 9/12, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​​​ອາ​ໄລຫາ​​ບັນດາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ຶອຊາດ​ຢູ່ອະນຸສາວະລີ ນູ໋ຍຍ້ານ ​ແລະ ຢ້ຽມຢາມ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ​ແຫ່ງ​ຊາດ ນູ໋ຍຍ້ານ.


ຂ່າວ/ບົດ​ອື່ນ