ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ

(VOVWORLD) - ຕອນບ່າຍວັນທີ 20 ມັງກອນ, ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ (IPU).

ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ - ảnh 1 (ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ

ຕ້ອນຮັບເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ IPU, Martin Chungong ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຈັດຕັ້ງກອງປະຊຸມປະຈຳປີ ຄັ້ງທີ 26 ເວທີປາໄສລັດຖະສະພາອາຊີ - ປາຊີຟິກ. ທ່ານ Martin Chungong ໃຫ້ຮູ້ວ່າ, ສະຫະພັນລັດຖະສະພາສາກົນ ຍາມໃດກໍ່ມານະພະຍາຍາມຍູ້ແຮງການຮ່ວມມືກັບບັນດາລັດຖະສະພາສະມາຊິກ, ສະໜັບສະໜູນການພົວພັນລະຫວ່າງບັນດາລັດຖະສະພາສະມາຊິກ ແລະ ສະຫະປະຊາຊາດ; ໜູນຊ່ວຍ ບັນດາລັດຖະສະພາສະມາຊິກ, ໃນນັ້ນມີຫວຽດນາມ ເພື່ອທະວີກຳລັງຄວາມສາມາດ ເມື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs). ທ່ານ Martin Chungong ຢືນຢັນວ່າ, IPU ຍາມໃດກໍ່ຮ່ວມເດີນທາງ, ຖືເປັນສຳຄັນການຮ່ວມມືກັບສະພາແຫ່ງຊາດຫວຽດນາມ.

        ສ່ວນທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ ບັນດາເປົ້າໝາຍພັດທະນາແບບຍືນຍົງ ທັງແມ່ນເປົ້າໝາຍມຸ່ງໄປເຖິງ, ທັງແມ່ນກາລະໂອກາດເພື່ອໃຫ້ບັນດານັກສ້າງກົດໝາຍສະແດງໃຫ້ເຫັນຄຳໝັ້ນສັນຍາຂອງຫວຽດນາມ ໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ