ປະທານສະພາແຫ່ງຊາດຮຽກຮ້ອງທົ່ວປວງຊົນຈົ່ງສາມັກຄີອຸ້ມຊູຊ່ວຍເຫຼືອຊຶ່ງກັນແລະກັນຕັ້ງໜ້າປ້ອງກັນ,ຄວບຄຸມໂລກລະບາດໂຄວິດ-19

(VOVWORLD) -ປະຊາຊົນນັບມື້ນັບມີຄວາມເຊື່ອໝັ້ນຕໍ່ການຊີ້ນຳ, ນຳພາຂອງພັກ, ລັດ ໃນການປ້ອງກັນ, ຄວບຄຸມໂລກລະບາດ

ປະທານສະພາແຫ່ງຊາດຮຽກຮ້ອງທົ່ວປວງຊົນຈົ່ງສາມັກຄີອຸ້ມຊູຊ່ວຍເຫຼືອຊຶ່ງກັນແລະກັນຕັ້ງໜ້າປ້ອງກັນ,ຄວບຄຸມໂລກລະບາດໂຄວິດ-19 - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ

(ພາບ: VGP)

ຕອນເຊົ້າວັນທີ 23 ມີນາ, ຢູ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມຄັ້ງທີ 43 ຂອງຄະນະປະຈຳສະພາແຫ່ງຊາດ. ທີ່ກອງປະຊຸມເຊິ່ງໄດ້ດຳເນີນໃນລະຫວ່າງວັນທີ 23 – 25 ມີນາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍຫຼາຍສະບັບ, ບັນດາບັນຫາເສດຖະກິດ, ການເມືອງ, ສັງຄົມທີ່ສຳຄັນ.

        ສະເໜີບົດລາຍການກ່ຽວກັບວຽກງານປ້ອງກັນ, ຄວບຄຸບໂລກລະບາດໂຄວິດ-19, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໃຫ້ຮູ້ວ່າ, ປະຊາຊົນນັບມື້ນັບມີຄວາມເຊື່ອໝັ້ນຕໍ່ການຊີ້ນຳ, ນຳພາຂອງພັກ, ລັດ ໃນການປ້ອງກັນ, ຄວບຄຸມໂລກລະບາດ, ຜ່ານນັ້ນປຸກລຸກນ້ຳໃຈຮັກຊາດ, ຄວາມຮັບຜິດຊອບຕໍ່ກັບປະຊາຄົມ; ຍາດແຍ່ງເອົາການສະໜັບສະໜູນຂອງບັນດາອົງການຈັດຕັ້ງສາກົນ, ອາຊຽນ, ບັນດາປະເທດໃນການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19.

        ທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ໄດ້ສະເໜີໃຫ້ທ້ອງຖິ່ງຕ່າງໆກວດກາຄືນສຳລັບ 350.000 ຄົນທີ່ໄດ້ເຂົ້າເມືອງຫວຽດນາມ ແລ້ວນັ້ນ, ເພື່ອຈະກວດພົບກໍລະນີຕິດເຊື້ອພະຍາດ ແລະ ກໍລະນີທີ່ໄດ້ສຳຜັດກັບປະຊາຄົມໂດຍໄວ.

        “ພວກຂ້າພະເຈົ້າຮຽກຮ້ອງໃຫ້ປະຊາຊົນໃນທົ່ວປະເທດ ເສີມຂະຫຍາຍນ້ຳໃຈຮັກຊາດ, ສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນອັນລ້ຳຄ່າຂອງຊາດ, ຮ່ວມແຮງຮ່ວມໃຈໃນມາດຕະການຕ່າງໆ ເພື່ອປ້ອງກັນ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ. ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດ ກໍ່ຕ້ອງປະຕິບັດກົດໝາຍ, ຄຳສັ່ງຂອງພັກຢ່າງເຂັ້ມງວດ, ຍົກສູງສະຕິປົກປ້ອງສຸຂະພາບຂອງປະຊາຊົນ ແລະ ປະຊາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ