ປະທານາທິບໍດີ ຕວັກກີ ໃຫ້ຄຳໝັ້ນສັນຍາຊຸກຍູ້ຄວາມມານະພະຍາຍາມສ້າງສາປະເທດຊາດຄືນໃໝ່

(VOVWORLD) -ໄລ່ຮອດວັນທີ 14 ກຸມພາ, ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວ ທີ່ມີຄວາມແຮງ 7,8 ຣິກເຕີ ເກີດຂຶ້ນຢູ່ ຕວັກກີ ແລະ ຊີຣີ ໄດ້ເຮັດໃຫ້ມີຜູ້ເສຍຊີວິດກວ່າ 41.000 ຄົນແລ້ວ.
ປະທານາທິບໍດີ ຕວັກກີ ໃຫ້ຄຳໝັ້ນສັນຍາຊຸກຍູ້ຄວາມມານະພະຍາຍາມສ້າງສາປະເທດຊາດຄືນໃໝ່ - ảnh 1ຊາວ ຕວັກກີ ແລະ ຊີຣີ ປະມານ 26 ລ້ານຄົນພ້ວມຕ້ອງການຄວາມຊ່ວຍເຫຼືອມະນຸດສະທຳ
(ພາບປະກອບ: Kyodo/TTXVN)

        ວັນທີ 15 ກຸມພາ, ທ່ານປະທານາທິບໍດີ ຕວັກກີ Tayyip Erdogan ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ຄວາມມານະພະຍາຍາມກູ້ໄພກູ້ຊີບ ແລະ ຟື້ນຟູພາຍຫຼັງເກີດເຫດແຜ່ນດິນໄຫວຢ່າງຮ້າຍກາດໃນອາທິດກ່ອນ. ໄລ່ຮອດວັນທີ 14 ກຸມພາ, ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວ ທີ່ມີຄວາມແຮງ 7,8 ຣິກເຕີ ເກີດຂຶ້ນຢູ່ ຕວັກກີ ແລະ ຊີຣີ ໄດ້ເຮັດໃຫ້ມີຜູ້ເສຍຊີວິດກວ່າ 41.000 ຄົນແລ້ວ. ນອກນັ້ນ, ຍັງມີຜູ້ໄດ້ຮັບບາດເຈັບກວ່າ 105.000 ຄົນ, ມີກວ່າ 2,2 ລ້ານຄົນໄດ້ຕ້ອງຍົກຍ້າຍໃນບ່ອນອື່ນຍ້ອນເຮືອນຊານຖືກພັງທະລາຍ. ບັນດາຜູ້ລອດຈາກຄວາມຕາຍກໍ່ພວມປະເຊີນໜ້າກັບວິກິດການດ້ານສະບຽງອາຫານ ແລະ ບ່ອນພັກ.

        ໃນຂະນະນັ້ນ, ທ່ານຫົວໜ້າອົງການອະນາໄມໂລກ (WHO) ປະຈຳ ເອີລົບ Henri P.Kluge ໃຫ້ຮູ້ວ່າ, ມີຊາວ ຕວັກກີ ແລະ ຊີຣີ ປະມານ 26 ລ້ານຄົນພ້ວມຕ້ອງການຄວາມຊ່ວຍເຫຼືອມະນຸດສະທຳ, ໃນຂະນະທີ່ຄວາມສ່ຽງດ້ານສຸຂະພາບກ່ຽວຂ້ອງເຖິງສະພາບອາກາດໜາວຈັດ ແລະ ຄວາມສ່ຽງກ່ຽວກັບບັນດາພະຍາດຕິດແປດພວມເພີ່ມຂຶ້ນ, ພິເສດໄດ້ນາບຂູ່ຊີວິດຂອງກຸ່ມມີຄວາມສ່ຽງສູງ.

ຕອບກັບ

ຂ່າວ/ບົດ​ອື່ນ