ປະທານາທິບໍດີ ຢູແກຼນ ປະຕິເສດເລື່ອງມີສ່ວນກ່ຽວຂ້ອງເຖິງສະພາບຄວາມຫຍຸ້ງເຫຍີງໃນການການເລືອກຕັ້ງຂອງ ອາເມລິກາ
(VOVWORLD) - ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy ໄດ້ປະຕິເສດຂ່າວລືທີ່ຖືວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ກະຕຸກຊຸກຍູ້ທ່ານ Volodymyr Zelenskiy ດຳເນີນການສືບສວນອະດີດຮອງປະທານາທິບໍດີ ອາເມລິກາ Joe Biden, ຜູ້ສະໝັກເລືອກຕັ້ງພົ້ນເດັ່ນຂອງພັກປະຊາທິປະໄຕປີ 2020.
ນີ້ເປັນຄັ້ງທຳອິດທີ່ການນຳ ຢູແກຼນ ແລກປ່ຽນກັບສື່ມວນຊົນຕ່າງປະເທດກ່ຽວກັບບັນດາຄຳກ່າວຫາທີ່ພາໄປເຖິງການສືບສວນພິຈາລະນາໂທດທ່ານປະທານາທິບໍດີ Donald Trump ຢູ່ ວໍຊິງຕັນ.
ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy (ພາບ: AFP/TTXVN) |
ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ Kyodo (ຍີ່ປຸ່ນ) ຢູ່ຫ້ອງວ່າການປະທານາທິບໍດີ ຢູ່ Kiev ໃນວັນທີ 05 ຕຸລາ, ທ່ານປະທານາທິບໍດີ Volodymyr Zelenskiy ຊີ້ແຈ້ງວ່າ: ຍັງບໍ່ເຄີຍຖືກກໍ່ກຳລັງກົດດັນ ແລະ ບໍ່ຍອມຮັບເງື່ອນໄຂ ເພື່ອດຳເນີນກອງປະຊຸມສຸດຍອດກັບທ່ານ Trump ຫຼື ເພື່ອແລກເອົາບັນດາສັນຍາຊື້-ຂາຍອາວຸດ.