ປະທານາທິບໍດີ ສ. ເກົາຫຼີ: ພຽງຢາງ ປາດຖະໜາຢາກປອດນິວເຄຼຍໃນແຫຼມ ເກົາຫຼີ ຢ່າງສິ້ນເຊີງ

(VOVWORLD) - ຈະ “ບໍ່ຍາກ” ເພື່ອສາມາດບັນລຸໄດ້ບັນດາຂໍ້ຕົກລົງກ່ຽວກັບການປອດນິວເຄຼຍ ແລະ ສ້າງກົນໄກສັນຕິພາບ

ປະທານາທິບໍດີ ສ. ເກົາຫຼີ: ພຽງຢາງ ປາດຖະໜາຢາກປອດນິວເຄຼຍໃນແຫຼມ ເກົາຫຼີ ຢ່າງສິ້ນເຊີງ - ảnh 1 ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in (ເບື້ອງຂວາ)

(ພາບປະກອບ)

ວັນທີ 19 ເມສາ, ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae – in ໄດ້ຢືນຢັນວ່າ: ສປປ ເກົາຫຼີ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາ “ປອດນິວເຄຼຍ ຢ່າງສີ້ນເຊີງ” ໃນແຫຼມ ເກົາຫຼີ ແລະ ບໍ່ຍົກອອກບໍ່ວ່າເງື່ອນໄຂໃດໆ. ສຳນັກຂ່າວສານ Reuters (ອາເມລິກາ) ໄດ້ຄັດສະເໜີຄຳເວົ້າຂອງປະທານາທິບໍດີ ເກົາຫຼີ ທີ່ຖືວ່າ: ຈະ “ບໍ່ຍາກ” ເພື່ອສາມາດບັນລຸໄດ້ບັນດາຂໍ້ຕົກລົງກ່ຽວກັບການປອດນິວເຄຼຍ ແລະ ສ້າງກົນໄກສັນຕິພາບ ກໍ່ຄືປັບປຸງການພົວພັນ 2 ພາກເກົາຫຼີ ເປັນປົກກະຕິ ທີ່ກອງປະຊຸມສຸດຍອດລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ ທີ່ຈະຈັດຕັ້ງໃນອາທິດຈະມາເຖິງ ແລະ ກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫຼີ ຄາດວ່າຈະຈັດຕັ້ງຫຼັງຈາກນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ