ປະທານາທິບໍດີ ອາເມລິກາ ປະຕິເສດຂໍ້ສະເໜີແນະ ກ່ຽວກັບການເປີດປະຕູຊົ່ວຄາວຂອງລັດຖະບານ

(VOVWORLD) -ສະມາຊິກສະພາສູງພັກສາທາລະນະລັດປະທານຄະນະກໍາມະການຍຸຕິທໍາສະພາສູງ ອາເມລິກາ Lindsey  Graham  ໄດ້ເລັ່ງລັດ ທ່ານປະທານາທິບໍດີ Donald Trump ເຫັນດີຕໍ່ເລື່ອງເປີດປະຕູຊົ່ວຄາວລັດຖະບານຄືນໃໝ່ພາຍໃນ 3 ອາທິດ

ວັນທີ 14 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານ ໄດ້ປະຕິເສດຂໍ້ສະເໜີແນະຂອງສໍາພັນທະມິດພັກສາທາລະນະລັດ ຢູ່ສະພາສູງ ກ່ຽວກັບການເປີດປະຕູຊົ່ວຄາວຂອງລັດຖະບານຄືນໃໝ່, ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ວຽກງານເຈລະຈາ ຊ່ວຍຢຸດຕິສະພາບການບໍ່ມີທາງອອກໃນປັດຈຸບັນ.

        ກ່ອນນັ້ນໜຶ່ງວັນ, ສະມາຊິກສະພາສູງພັກສາທາລະນະລັດປະທານຄະນະກໍາມະການຍຸຕິທໍາສະພາສູງ ອາເມລິກາ Lindsey  Graham  ໄດ້ເລັ່ງລັດ ທ່ານປະທານາທິບໍດີ Donald Trump ເຫັນດີຕໍ່ເລື່ອງເປີດປະຕູຊົ່ວຄາວລັດຖະບານຄືນໃໝ່ພາຍໃນ 3 ອາທິດ. ທ່ານ Graham  ຮຽກຮ້ອງ ທ່ານປະທານາທິບໍດີ Donald Trump ແລະ ວົງການນິຕິບັນຍັດ ສືບຕໍ່ເຈລະຈາ. ຕາມທ່ານ Graham  ແລ້ວ, ຖ້າຫາກບັນດາການເຈລະຈາບໍ່ບັນລຸໄດ້ຕາມຄວາມຄືບໜ້າ, ເວລານັ້ນ ຈິ່ງຄວນປະກາດໃຊ້ຄໍາສັ່ງສະພາວະສຸກເສີີນ. ປັດຈຸບັນ,  ພັກປະຊາທິປະໄຕຢຶດໝັ້ນ ປະຕິເສດການເຈລະຈາ ຈົນຮອດເມື່ອໃດ ທີ່ລັດຖະບານໄດ້ຮັບການເປີດປະຕູຄືນໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ