ປະທານາທິບໍດີບັງກຼາເທດແລະພັນລະຍາເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ

ປະທານາທິບໍດີບັງກຼາເທດແລະພັນລະຍາເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ - ảnh 1
ທ່ານປະທານາທິບໍດີ​ ບັງກຼາເທດ Md Abdul Hamid
(ພາບອີນເຕີແນັດ)

(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ່ນ​ຊາງ, ປະທານາທິບໍດີ​ ບັງກຼາເທດ Md Abdul Hamid ​ແລະ ພັນ​ລະ​ຍາ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 9-13/8/2015. ການ​ຢ້ຽມຢາມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ນຳ້​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ບັງກຼາເທດ; ​ແລກປ່ຽນ​ບົດຮຽນ​ພັດທະນາ​ເສດຖະກິດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ກະສິກຳ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ; ​ແລກປ່ຽນ​ບັນດາ​ມາດ​ຕະການ; ທິດ​ທາງ ​ແລະ ຊຸກຍູ້​ການ​ພົວພັນ​ໃນ​ທຸກ​ຂົງ​ເຂດ; ​ແລກປ່ຽນ​ບັນດາ​ບັນຫາ​ສາກົນ, ພາກ​ພື້ນ​ເຊິ່ງທັງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ