ປະທານາທິບໍດີລັດເຊຍ,ອາເມລິກາພົບປະ3ຄັ້ງເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມAPEC

ປະທານາທິບໍດີລັດເຊຍ,ອາເມລິກາພົບປະ3ຄັ້ງເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມAPEC - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແລະ ລັດ​ເຊຍ
(ພາບ: Rianovosti)

(vovworld) – ໃນ​ວັນ​ທີ 11/11, ຢູ່ນອກກອງ​ປະ​ຊຸມ​​​ຂັ້ນ​ສູງ​ເວ​ທີ​ປາ​ໄສ​ການຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ຢູ່​ປັກ​ກິ່ງ, ປ​ະ​ເທດ ຈີນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັ​ດ​ເຊຍ Vladimir Putin ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລ​ິ​ກາ Barack Obama ມີ​ການ​ພົບ​ປະ 3 ຄັ້ງ​ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໃນ​ການ​ພົວ​ພັນ 2 ຝ່າຍ, ກໍ່​ຄື​ຈຸດ​ເຄັ່ງ​ຮ້ອນ​ໃນ​ໂລກ​ຄື: ອ​ີຣານ, ຊີ​ຣີ ແລະ ຢູ​ແກຼນ. ໂຄ​ສົກ​ສະ​ພາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ອາ​ເມ​ລິ​ກາ Bernadette Meehan ຮັບ​ຮູ້​ວ່າ: ບັນ​ດາ​ການ​ນຳ​ໄດ້​ນຳ​ໃຊ້​ເວ​ລາ​ພັກ​ຜ່ອນ​​ທີ່ກອງ​ປະ​ຊຸມ​​​ຂັ້ນ​ສູງ APEC ເພື່ອ​ແລກ​ປ່ຽນ​ຄຳ​ເຫັນ ແລະ ເວ​ລາ​​ແລກ​ປ່ຽນ​ຄັ້ງ​ຕ່າງໆ​​ພຽງ​ປະ​ມານ 15 – 20 ນາ​ທີ​ເທົ່າ​ນັ້ນ.


ຂ່າວ/ບົດ​ອື່ນ