ປະທານາທິບໍດີສະຫະພັນລັດເຊຍ Vladimir Putin ເຄື່ອນໄຫວຢ້ຽມຢາມຫວຽດນາມ



ປະທານາທິບໍດີສະຫະພັນລັດເຊຍ Vladimir Putin ເຄື່ອນໄຫວຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ປະທານ​ປະ​ເທດ ຫວ​ຽດນາມ ​ເຈືອງ​ເຕີນ​ຊາງ 
ແລະ ທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin
(ພາບ:giaoduc.net)

(vovworld)- ຕອນ​ບ່າຍ​ວັນ​ທີ 12/11,  ຢູ່​ຮ່າ​ໂນ້ຍ, ພາຍຫຼັງ​ພິທີຕ້ອນຮັບ ທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin, ທ່ານ​ປະທານ​ປະ​ເທດ ຫວ​ຽດນາມ ​ເຈືອງ​ເຕີນ​ຊາງ ແລະ ທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin ໄດ້ດຳເນີນການເຈລະຈາ. ປະມຸກລັດຂອງ 2 ປະເທດໄດ້ເປັນ ເອກະສັນກັນວ່າ ຄວນ​ມີ​ບັນດາ​ມາດ​ຕະການ​ທີ່​ມີ​ລັກສະນະ​ບຸກທະ​ລຸ​ເພື່ອ​ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ​ໃນ​ນັ້ນ​ໃຫ້​ບຸລິມະສິດ​ດ້ານ​ແຫຼ​່ງ ກຳລັງຢ່າງ​ສູງ​ສຸດ​ເພື່ອ​ລົງ​ນາມ FTA ລະຫວ່າງ​ຫວຽດນາມ ​ແລະ ພັນທະ​ພາບ​ພາສີ​ໂດຍ​ໄວ, ຜັນ​ຂະຫຍາຍ​ບັນດາ​ໂຄງການ​ລົງທຶນ​ຮັບ​ບຸລິມະສິດ​ທີ່​ໄດ້​ກຳນົດ​ໃນ​ຂອບ​ເຂດ​ໜ່ວຍ​ປະຕິບັດ​ງານ​ຂັ້ນ​ສູງ​ໂດຍ​ລັດຖະມັນ​ຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ 2 ປະ​ເທດ​ນຳ​ໜ້າ. ທ່ານ​ປະທານ​ປະ​ເທດ ຫວ​ຽດນາມ ​ເຈືອງ​ເຕີນ​ຊາງ  ​ແລະ ທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ໃຫ້​ບຸລິມະສິດ​ພັດທະນາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ​ດ້ວຍ​ຈຸດ​ໃຈກາງ​ແມ່ນ​ການ​ຮ່ວມ​ມື​ດ້ານ​ນ້ຳມັນ​ອາຍ​ແກັດ ​ແລະ ​ໄຟຟ້າ​ນິວ​ເຄຼຍ, ສະໜັບສະໜູນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ບໍລິສັດ ​ແລະ ອົງການ​ຮ່ວມ​ທຸລະ​ກິດ​ຂອງ​ປະ​ເທດ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ທີ່​ພວມ​ທີ​ຢູ່​ແລ້ວ ​ແລະ ຊຸກຍູ້​ບັນດາ​ໂຄງການ​ຮ່ວມ​ມື​ໃໝ່​ຢູ່​ຫວຽດນາມ ​ແລະ ລັດ​ເຊຍ.

   2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຢ່າງ​ສູງ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ຢືນຢັນ​ສືບ​ຕໍ່​​ເພີ່ມ​ທະວີ​ການ​ສົມທົບ​ເຄື່ອນ​ໄຫວ​ບົນ​ເວ​ທີ່​ສາກົນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນວ່າ ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ຫວຽດນາມຂອງ ທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສືບ​ຕໍ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ລັດ​ເຊຍ.

  ພາຍຫຼັງການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ ຫວ​ຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin ​ໄດ້​ມີ​ການ​ພົບ​ປະ​ກັບ​ວົງ​ການ​ນັກ​ຂ່າວ. ຜູ້ນຳ 2 ທ່ານ​ຢືນຢັນ​ວ່າ ການ​ເຈລະຈາ​ແມ່ນ​ປະສົບ​ຜົນສຳ​ເລັດ​ຢ່າງ​ດີງາມ. ທ່ານ​ປະທານ​ປະ​ເທດ ຫວ​ຽດນາມ ​ເຈືອງ​ເຕີນ​ຊາງ ​ໃຫ້​ຮູ້​ວ່າ :

   “ ຂ້າພະ​ເຈົ້າ ​ແລະ ທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin ​ໄດ້ເຫັນ​ດີ​ເປັນ​ເອກະສັນຄວນ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ເມືອງ​ຢ່າງ​ສະໜິດ​ແໜ້ນ​ໂດຍ​ຜ່ານ​ກົນ​ໄກ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ຕ່າງ​ໆ, ​ເອົາ​ໃຈ​ໃສ່​ເຖິງ​ຂົງ​ເຂດ​ເສດຖະກິດ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ມາ​ໃຫ້​ແກ່ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ຂ້າພະ​ເຈົ້າ​ຢືນຢັນ​ອີກ​ເທື່ອ​ໜຶ່ງ​ວ່າ ​ເຈດ​ຈຳນົງ​ດ້ານ​ການ​ເມືອງ ​ແລະ ຄວາມ​ຕັດສິນ​ໃຈ​ຂອງການ​ນຳຫວຽດນາມ ​ແມ່ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຖື​ລັດ​ເຊຍ​ແມ່ນ​ຄູ່​ຮ່ວມມື​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ, ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພັດທະນາ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານກັບລັດ​ເຊຍ ”

     ​ເນື່ອງ​ໃນ​ໂອກາດ​ນີ້, ການ​ນຳ 2 ທ່ານ ​ໄດ້ເປັນ​ສັກຂີ​ພິຍານ​ພິທີ​ເຊັນ​ເອກະສານ​ຮ່ວມ​ມື 17 ສະບັບ​ໃນ​ຫຼາຍ​ຂົງ​ເຂດ​ລະຫວ່າງ 2 ປະ​ເທດ.

  ຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ໄດ້​ມີ​ການ​ພົບ​ປະ​ກັບ ທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ຫວຽດນາມຂອງ ທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin ຈະ​ສ້າງ​ກຳລັງ​ຊຸກຍູ້​ໃໝ່​ທີ່​ແຂງ​ແຮງ ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ລັດ​ເຊຍ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ເນັ້ນ​ໜັກ​ວ່າ ລັດຖະບານ​ຫວຽດນາມ​ຈະ​ເຮັດ​ຈົນ​ສຸດ​ຄວາມ​​ສາມາດຂອງ​ຕົນ​ສົມທົບ​ກັບ​ລັດຖະບານ​ລັດ​ເຊຍ​ຜັນ​ຂະຫຍາຍ​ປະຕິ​ບັດ​ບັນດາ​ສັນຍາ​ທີ່ 2 ຝ່າຍ​ບັນລຸ​ໄດ້, ພ້ອມ​ທັງ​ສະ​ເໜີ​ລັດຖະບານ 2 ປະ​ເທດ​ນຳ​ບັນດາ​ສັນຍາ, ຂໍ້ຕົກລົງ​ກັນ​ເຂົ້າ​ໃນ​ສາລາ​ບານ​ບຸລິມະສິດ​ປະຈຳ​ປີ​ເພື່ອ​ພ້ອມ​ກັນ​ປະຕິບັດ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງສະ​ເໜີ​ຝ່າຍ​ລັດ​ເຊຍ​ຊຸກຍູ້​ວິວັດທະນາ​ການ​ເຈລະຈາ​ໂດຍ​ໄວ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​ເພື່ອ​ສຳ​ເລັດ​ການ​ເຈລະຈາ , ​ເຊັນ​ກວດ FTA ລະຫວ່າງ​ຫວຽດນາມ ​ແລະ ພັນທະ​ພາບ​ພາສີ​ໂດຍ​ໄວ​ໃນ​ທ້າຍ​ປີ 2014 ​ແລະ ​ເຊັນ​ເປັນ​ທາງ​ການ​ໃນ​ປີ 2015. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງສະ​ເໜີ​ຝ່າຍ​ລັດ​ເຊຍ ສົມທົບ​ກັບ​ຫວຽດນາມ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮັບປະກັນ​ຄວາມ​ຄືບ​ໜ້າ​ໃນ​ການ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ​ແຫ່ງ​ທຳ​ອິດ​ຢູ່​ນິງຖ້ວນ.ສ່ວນທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin ​ເນັ້ນ​ໜັ້ກວ່າ ຫວຽດນາມ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ເປັນ​ໄລ​ກອນ​ຂອງ​ລັດ​ເຊຍ​ຢູ່​ອາຊີ-ປາຊີ​ຝິກ, ຕີ​ລາຄາ​ສູງ​ຄວາ​ມມານະ​ພະຍາຍາມ​ຂອງ​ຫວຽດນາມ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin ຖື​ວ່າ​ຈຸດໝາຍ​​ເຖິງ​ປີ 2015, ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ​ຫວຽດນາມ- ລັດ​ເຊຍ ບັນລຸ 7 ຕື້ USD ​ແມ່ນ​ອາດ​ເປັນ​ໄປ​ໄດ້. ທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin ຢືນຢັນ​ວ່າ ຈະ​ຊຸກຍູ້ວິວັດທະນາ​ການ​ເຈລະຈາ​ເພື່ອ​​ເຊັນ FTA ລະຫວ່າງ​ຫວຽດນາມ ​ແລະ ພັນທະ​ພາບ​ພາສີ​ໂດຍ​ໄວ. ພ້ອມ​ນັ້ນ, ລັດ​ເຊຍ​ພ້ອມ​ແລ້ວ​ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບ​ຫວຽດນາມ​ໃນ​ຫຼາຍ​ຂົງ​ເຂດ, ​ເປັນ​ຕົ້ນ​ແມ່ນ​ສາທາລະນະ​ສຸກ, ການ​ສຶກສາ, ວັດທະນະທຳ...​ອີ​ກດ້ວຍ.

  ​ແລະ ກໍ​ໃນຕອນ​ບ່າຍ​ວັນ​ດຽວ​ກັນ, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ​ກໍ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ປະທານາທິບໍດີ​ສະຫະພັນ​ລັດ​ເຊຍ Vladimir Putin ຢ່າງ​ສະໜິດສະໜົມ .

ຂ່າວ/ບົດ​ອື່ນ