ປະທານາທິບໍດີອີຣານ: ນະໂຍບາຍຂອງອາເມລິກາກໍ່ໃຫ້ເກີດທຸກບັນຫາຢູ່ພາກພື້ນ

(VOVWORLD) -ວັນທີ 15 ກັນຍາ, ທ່ານປະທານາທິບໍດີອີຣານ Hassan Rouhani ຖືວ່າ, ບັນດານະໂຍບາຍຂອງອາເມລິກາ ແມ່ນສາຍເຫດຕົ້ນຕໍທີ່ກໍ່ໃຫ້ເກີດບັນດາບັນຫາຢູ່ພາກພື້ນຕາເວັນອອກກາງ.

ປະທານາທິບໍດີອີຣານ: ນະໂຍບາຍຂອງອາເມລິກາກໍ່ໃຫ້ເກີດທຸກບັນຫາຢູ່ພາກພື້ນ - ảnh 1 ທ່ານປະທານາທິບໍດີອີຣານ Hassan Rouhani

(ພາບ:  IRNA/ TTXVN)

ກ່າວຄຳເຫັນກ່ອນການໄປຢ້ຽມຢາມຕວກກີ, ທ່ານ Rouhani ເນັ້ນໜັກວ່າ, ບັນດາບັນຫາທີ່ພວມເກີດຂຶ້ນຢູ່ພາກພື້ນນີ້ ແມ່ນໝາກຜົນຂອງບັນດາ “ແຜນການ ແລະ ກົນອຸບາຍທີ່ຜິດພາດ” ຂອງອາເມລິກາ. ທ່ານປະທານາທິບໍດີອີຣານ ໄດ້ຢ້ຳຄືນທັດສະນະທີ່ວ່າ, ບັນດາບັນຫາຢູ່ພາກພື້ນຕ້ອງແມ່ນບັນດາປະເທດໃນພາກພື້ນແກ້ໄຂໂດຍຜ່ານການເຈລະຈາ. ຕາມທ່ານ Rouhani ແລ້ວ, ເພື່ອສ້າງຕັ້ງຄວາມໝັ້ນຄົງໃນພາກພື້ນຢ່າງແທດຈິງນັ້ນ, ອາເມລິກາ ແລະ ອິດສະຣາແອນ ຄວນຢຸດຕິບັນດາການກະທຳແຊກແຊງ, ເກາະຜິດ ຖ້າບໍ່ເຮັດຄືແນວນັ້ນຄວາມຂາດສະຖຽນລະພາບຈະສືບຕໍ່ເກີດຂຶ້ນ.

        ຄາດວ່າ, ໃນການຢ້ຽມຢາມຕວກກີ, ທ່ານ Rouhani ຈະເຂົ້າຮ່ວມກອງປະຊຸມ 3 ຝ່າຍພ້ອມກັບລັດເຊຍ ແລະ ຕວກກີ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ຊີຣີ ກໍຄືແງ່ຫວັງໃນບັນດາບັນຫາສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ