ປະທານາທິບໍດີອາເມລິກາ ຍັງຄົງປະເຊີນໜ້າ ກັບການທ້າທາຍຫຼາຍຢ່າງ

ປະທານາທິບໍດີອາເມລິກາ ຍັງຄົງປະເຊີນໜ້າ ກັບການທ້າທາຍຫຼາຍຢ່າງ - ảnh 1

(vovworld) - ​ເຖິງ​ວ່າ​ພາຍຫຼັງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໄດ້​ມີ​ບັນດາ​ຄຳ​ເຫັນ​ທີ່​ມີ​ລັກສະນະ​ໄກ່​ເກ່ຍລະຫວ່າງ​ທຳນຽບຂາວ ​ແລະ ພັກ​ປະຊາທິປະ​ໄຕ ກັບ​ຝ່າຍສາທາລະນະ​ທີ່​ກຳ​ສິດ​ຄວບ​ຄຸມ​ສະພາ​ຕຳ່​ສ່ວນ​ຫຼາຍ​ກໍ່ຕາມ, ​ແຕ່​ວັນ​ທີ 8/11 ຫາງ​ສຽງ​ອາ​ເມ​ລິ​ກາ​ຍັງ​ຄົງ​ຖື​ວ່າ​ປະທານາທິບໍດີ Barack Obama, ຜູ້​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ອາ​ເມ​ລິ​ກາ ອາຍຸ​ການ​ທີ 2, ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​​ຫຼາຍຢ່າງ, ນັບ​ທັງ​ໃນ​ບັນຫາ​ພົວພັນ​ພາຍ​ໃນ​ ​ແລະ ພົວພັນ​ກັບ​ຕ່າງປະ​ເທດ. ມາ​ຮອດ​ປະຈຸ​ບັນ, ບັນດາ​ການ​ນຳ​ຂອງ​ພັກ​ປະຊາທິປະ​ໄຕ ​ແລະ ພັກສາ​ທາ​ລະນະ​ຢູ່​ສະພາ​ແຫ່ງ​ຊາດ​ຍັງ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ບັນຫາ​ພາສີ​ ອາກອນ. ຍັງ​ມີ​ການ​ທ້າ​ທາຍ​ໜຶ່ງ​ອີກ ສຳ​ຫຼັບ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Obama ​ນັ້ນ​ແມ່ນ ​ການໄກ່​ເກ່ຍສະພາ​ແຫ່ງ​ຊາດ​​ໃຫ້ຍົກ​ລະດັບ​ເພດານ​ໜີ້​ແຫ່ງ​ຊາດ​ໃນ​ໄລຍະ​ຈະ​ມາ ​ເຖິງ​ຂຶ້ນ​ເຖິງ 16.400 ຕື້ USD ​ເຊິ່ງສະພາ​ແຫ່ງ​ຊາດ​ໄດ້​ອະນຸຍາດ​ແລ້ວ. ກ່ຽວ​ກັບ​ການ​ພົວພັນ​ກັບ​ຕ່າງປະ​ເທດ,  ປະທານາທິບໍດີ Obama ຍັງ​ບໍ່​ທັນ​ປະຕິບັດ​​ໄດ້ຄຳ​ໝັ້ນ​ສັນຍາ​ຊຸກຍູ້ ອິດສຮາ​ແອນ ​ແລະ ປາ​ແລ​ດສະຕີ​ນ ລົງ​ນາມ​ໃນ​ສັນຍາ​ສັນຕິພາບ​ໄລຍະ​ຍາວ. ການສະກັດ​ກັ້ນ​ຄວາມ​ມັກ​ໃຫຍ່​ໄຝ່ສູງ​ດ້ານ​ນິວຄະ​ເລຍ​ຂອງ​ອີ​ຮານ ​ແຕ່​ບໍ່​ປຸກລະດົມ​ສົງຄາມ​ຄັ້ງ​ໃໝ່​ຢູ່​ຕາ​ເວັນ​ອອກ​ກາງ ກໍ່​ແມ່ນ​ກຳລັງ​ດັນ​ສຳ​ຫຼັບ​ທ່ານ Obama, ພິ​ເສດ​ແມ່ນ​ໃນ​ສະຖານະ​ການ​ທີ່ ອິດສະ​ຮາ​ແອນ ພວມຂົ່ມຂູ່​ອາດ​ຈະ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ເຂົ້າ​ບັນດາ​ຮາກ​ຖານ​ ທີ່​ສົງ​ໃສ​ວ່າ​ພວມຜະລິດ​ອາວຸດ​ນິວຄະ​ເລຍ​ຢູ່​ອີ​ຮານ.
ຂ່າວ/ບົດ​ອື່ນ