ປະທານາທິບໍດີອາເມລິກາຫວັງຢາກຢຸດຕິວິກິດການກັບ ສປປ.ເກົາຫຼີ ທັນທີໃນອາຍຸການຂອງຕົນ

(VOVWORLD) -ຖ້າຫາກ ສປປ.ເກົາຫຼີບໍ່ເຂົ້າຮ່ວມກອງປະຊຸມສຸດຍອດ, ນັ້ນຖືວ່າແມ່ນບັນດາວິທີການດ້ານການທູດ ຖືກປະລາໄຊ

ປະທານາທິບໍດີອາເມລິກາຫວັງຢາກຢຸດຕິວິກິດການກັບ ສປປ.ເກົາຫຼີ ທັນທີໃນອາຍຸການຂອງຕົນ - ảnh 1ທ່ານປະທານາທິບໍດີອາເມລິກາ Donald Trump 

(ພາບ: AFP/TTXVN)

ວັນທີ 20 ພຶດສະພາ, ທ່ານ Lindsey Graham ສະມາຊິກສະພາສູງອາເມລິກາ ໃຫ້ຮູ້ວ່າ ທ່ານປະທານາທິບໍດີອາເມລິກາ Donald Trump  ຫວັງຢາກຢຸດຕິວິກິດການນິວເຄຼຍກັບ ສປປ.ເກົາຫຼີ ໃນອາຍຸການຂອງຕົນ ແລະ ພ້ອມແລ້ວທີ່ຈະນຳໃຊ້ວິທີດ້ານການທະຫານ ຖ້າຫາກວ່າ ວິທີດ້ານການທູດປະລາໄຊ. ທ່ານ Lindsey Graham  ສະມາຊິກສະພາສູງ ສັງກັດພັກສາທາລະນະ ໄດ້ເປີດເຜີຍກັບສຳນັກຂ່າວສານ Fox News ວ່າ ທ່ານປະທານາທິບໍດີອາເມລິກາ Donald Trump ຫວັງຢາກຢຸດຕິວິກິດການນິວເຄຼຍກັບ ສປປ.ເກົາຫຼີຕາມວິທີ ທີ່ ທັງສອງຝ່າຍລ້ວນແຕ່ໄດ້ຮັບໄຊຊະນະ ແລະ ທ່ານຖືວ່າ ສິ່ງເຫຼົ່ານັ້ນແມ່ນສາມາດເປັນໄປໄດ້.

        ນອກນັ້ນ, ທ່ານສະມາຊິກສະພາສູງ Graham ຍັງໃຫ້ຄຳກ່າວເຕືອນວ່າ ຖ້າຫາກ ສປປ.ເກົາຫຼີບໍ່ເຂົ້າຮ່ວມກອງປະຊຸມສຸດຍອດ, ນັ້ນຖືວ່າແມ່ນບັນດາວິທີການດ້ານການທູດ ຖືກປະລາໄຊ ແລະ ທ່ານປະທານາທິບໍດີ  Donald Trump ຈະຢຸດຕິການນາບຂູ່ຂອງ ສປປ.ເກົາຫຼີ ຕໍ່ອາເມລິກາໃນອາຍຸການນີ້ ໂດຍວິທີ ດ້ານການທະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ