ປະທານາທິບໍດີອຽກລັງແລະພັນລະຍາຢ້ຽມຢາມແຂວງກວາງຈີ້

ປະທານາທິບໍດີອຽກລັງແລະພັນລະຍາຢ້ຽມຢາມແຂວງກວາງຈີ້ - ảnh 1
(ທ່ານ​ປະທານາທິບໍດີ ອຽກລັງ Michael D.Higgins
​ແລະ ພັນລະ​ຍາ ຢ້ຽມຢາມ​ແຂວງ ກວາງ​ຈີ້)


(vovworld) - ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ທາງ​ລັດ​ຖະກິດ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 09 – 10/11, ຕອນ​ເຊົ້າ​ວັນ​ທີ 10/11, ທ່ານ​ປະທານາທິບໍດີ ອຽກລັງ Michael D.Higgins ​ແລະ ພັນລະ​ຍາ ຢ້ຽມຢາມ​ແຂວງ ກວາງ​ຈີ້. ​ໃນ​ຂອບ​ເຂ​ດການ​ຢ້ຽມຢາມ,  ທ່ານ ຫງວຽນ​ດຶກ​ຈີ໋ງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຈີ້ ພົບ​ປະກັບ​ທ່ານ Charles Flanagan ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ - ການ​ຄ້າ ອຽກລັງ ​ແລະ ລົງ​ນາມ​ໃນບົດ​ບັນທຶກ​ຊ່ວຍ​ຈຳ. ທ່ານ ຫງວຽນ​ດຶກ​ຈີ໋ງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຈີ້ ປາດ​ຖະໜາ​ວ່າ: ລັດຖະບານ ອຽກລັງ ສືບ​ຕໍ່​ໜູນ​ຊ່ວຍ​ແຂວງ ບັນລຸ​ໄດ້​ບັນດາ​ຄາດໝາຍ​ພັດທະນາ​ໃນ​ໄລຍະ 2017 – 2020, ສືບ​ຕໍ່​ພິ​ຈາລະນາການອຸປະຖຳ​ບັນດາ​ແຫຼ່ງທຶນຊ່ວຍ​ເຫຼືອ​ໃຫ້​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ພູ​ດອຍ ກວາງ​ຈີ້. ທ່ານ ຫງວຽນ​ດຶກ​ຈີ໋ງ ປາດ​ຖະໜາ​ຢາກ ອຽກລັງ ໜູນ​ຊ່ວຍ​ບັນດາ​ໂຄງການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງຄາມ​ຢູ່ ຫວາງ​ຈີ້..

        ສ່ວນ​ທ່ານ Charles Flanagan ຢືນຢັນ​ວ່າ ລັດຖະບານ ​ແລະ ປະຊາຊົນ ອຽກລັງ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ​ເວົ້າ​ລວມ ​ແລະ ກວາງ​ຈີ້​ເວົ້າ​ສະ​ເພາະ, ຊ່ວຍ​ປະຊາຊົນ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດ​ຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ ​ແລະ ​ແກ້​​ໄຂ​ທຸກລະ​ເບີດ​ຕົກຄ້າງຫລັງ​ສົງ​ຄາມ. ພາຍຫລັງ​ການ​ພົບ​ປະ, 2 ຝ່າຍ​​ໄດ້​ລົງ​ນາມ​ໃນ​ບົດບັນທຶກ​ຊ່ວຍ​ຈຳ, ​ໃນ​ນັ້ນ 2 ຝ່າຍ​ໄດ​​້​ເຫັນ​ດີ​ເປັນ​ເອກະສັນ ສືບ​ຕໍ່​ເພີ່ມ​ທະວີ ​ແລະ ​ເຮັດ​ໃຫ້ການ​ພົວພັນຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ໃນ​ໄລຍະ​ຈະ​ມາ​ເຖິງ ​ໃນ​ບັນດາ​ຂົງ​ເຂດ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ, ​ແລກປ່ຽນ​ບົດຮຽນ ​ແລະ ຮ່ວມ​ມື​ພັດທະນາ.


ຂ່າວ/ບົດ​ອື່ນ