ປະທານແນວໂຮມ ປະເທດຊາດຫວຽດນາມ ເຂົ້າຮ່ວມພິທີຍ້ອງຍໍ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

ປະທານແນວໂຮມ ປະເທດຊາດຫວຽດນາມ ເຂົ້າຮ່ວມພິທີຍ້ອງຍໍ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ
ເຂົ້າ​ຮ່ວມ​ພິທີ​ຍ້ອງຍໍ​ຜູ້​ມີ​ຄຸນງາມຄວາມດີຕໍ່​ປະ​ເທດຊາດ
(ພາບ: tainguyenmoitruong.com.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 22 ກັນຍາ, ຢູ່​ແຂວງ​ແຄ໋ງຮ່ວາ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ກະຊວງ​ປ້ອງ​ກັນປະ​ເທດ, ກະຊວງ​ຕຳຫຼວດ, ໜັງ​ສື່​ພິມ​ປະຊາຊົນ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ​ແຄ໋ງຮ່ວາ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ຍ້ອງຍໍ​ຜູ້​ມີ​ຄຸນງາມຄວາມດີ ​ແລະ ຍາດຕິ​ພີ​່ນ້ອງ​ຂອງ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດທີ່ດີ​ເດັ່ນ ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ເຂດ​ຊາຍ​ແດນ, ທະ​ເລ, ​ເກາະ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ ມີ​ຜູ້​ແທນ 400 ຄົນ​ເຊິ່ງ​ແມ່ນ​ຜູ້​ມີ​ຄຸນງາມຄວາມດີ​ ​ແລະ ພວມປະຕິບັດ​ໜ້າ​ທີ່​ປັກ​ປັກ​ຮັກສາ​ເຂດ​ຊາຍ​ແດ​ນ, ທະ​ເລ, ​ເກາະຂອງ​ປະ​ເທດ​ຊາດ ​ແລະ ຍາດຕິ​ພີ່​ນ້ອງ​ຂອງ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດທີ່​ຕາງໜ້າ​​ໃຫ້ກວ່າ 8,8 ລ້ານ​ຄົນ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ໃນ​ທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ປະທານ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ, ກອງ​ປະຊຸມ​ຍ້ອງຍໍ​ຄັ້ງ​ນີ້ ​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ, ສັງຄົມ​ທີ່​ໃຫຍ່​ຫຼວງ, ສະ​ແດງ​ນ້ຳ​ໃຈ, ຄວາມຮັບຜິດຊອບ, ຄວາມ​ຮູ້​ບຸນຄຸນ​ອັນ​ເລີກ​​ເຊິ່ງຂອງ​ພັກ, ລັດ ​ແລະ ປະຊາຊົນ ທີ່​ມີ​ຕໍ່​ບັນດາ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ບັນດາ​ຜູ້​ທີ່​​ໄດ້ເສຍ​ຫຼະ​ເລືອດ​​ເນື້ອ​ເພື່ອ​ເອກະລາດ, ເສລີພາບ​ຂອງປະ​ເທດ​ຊາດ.

        “ຕໍ່ໜ້າ​ວິນ​ຍານ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດກວ່າ 1 ລານ​ຄົນ ​ແລະ ດ້ວຍ​ຄວາມຮັບຜິດຊອບ​ທີ່​ມີ​ຕໍ່ທະຫານ​ເສຍ​ອົງຄະ, ບັນດາ​ແມ່​ຫວຽດນາມ ວິລະ​ຊົນ, ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາດ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊິນ 8 ​ແສນຄົນ, ພວກ​ເຮົາ​ຕ້ອງ​ພະຍາຍາມ​ສູ້​ຊົນຜັນ​ຂະຫຍາຍ​ລາຍການ​ພິ​ເສດ. ສະຫຼຸບ ​ແລະ ກວດກາ​ 2 ປີ​ແຫ່ງ ການ​ປະຕິບັດ​ນະ​ໂຍບາຍ​ທີ່​ມີ​ຕໍ່ຜູ້​ມີ​ຄຸ​ນງາມ​ຄວາມ​ດີ ​ແລະ ລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດ, ລັດຖະບານ ​ເພື່ອ​ຮອດ​ປີ 2015, ປະຕິບັດ​ໃຫ້​ໄດ້​ຈຸດໝາຍ​ທຸກ​ຄອບຄົວ​​ຜູ້ທີ່​ມີ​ຄຸນງາມຄວາມດີຫຼຸດ​ຜົ້ນອອກ​ຈາກ​ຄວາມ​ທຸກ​ຍາກ, ທຸກຄອບຄົວ​ຜູ້​ມີ​ຄຸນງາມຄວາມດີບໍ່ຕ້ອງ​ຢູ່​ໃນ​ມີ​ເຮືອນ​ຊົ່ວຄາວ​ອີກ”.

ຂ່າວ/ບົດ​ອື່ນ