ປາແລດສຕິນແຈ້ງຈຸດເວລາສືບສວນສອບສວນອິດສຣາແອນຢູ່ ICC

ປາແລດສຕິນແຈ້ງຈຸດເວລາສືບສວນສອບສວນອິດສຣາແອນຢູ່ ICC - ảnh 1
(ພາບປະກອບ: AFP/TTXVN)

​(vovworld) – ວັນ​ທີ 20/05, ທ່ານ​ເອກ​ອັກຄະ​ລັດຖະທູດປາ​ແລດສຕິນ ປະຈຳ​ໂຮ​ນລັງ Nabil Abu Zneid ​ໃຫ້​ຮູ້​ວ່າ, ປາ​ແລດ​ສຕິນ ຈະ​ດຳ​ເນີນ​ການ​ສືບສວນ​ສອບ​ສວນ 2 ຄະດີ​ຮ້ອງ​ຟ້ອງອິດສຣາ​ແອນ ຢູ່​ສານ​ອາຍາ​ສາກົນ (ICC) ຢູ່ La Hay ​ໃນ​ວັນ​ທີ 25/06 ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ຢູ່​ວິທະຍຸ​ກະຈາຍສຽງ “ສຽງ​ເວົ້າ​ປາ​ແລດ​ສຕິນ”, ທ່ານ Zneid ຊີ​ແຈ້ງວ່າ: 2 ຄະດີຮ້ອງ​ຟ້ອງດັ່ງກ່າວ​ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ອິດສຣາ​ແອນ ກໍ່ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຢູ່​ເຂດ​ຟັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ ຈໍ​​ແດນ ​ແລະ ບັ້ນ​ຮົບ​ການ​ທະຫານ​ເຊິ່ງອິດສຣາ​ແອນ​ປຸກລະດົມ​ຢູ່​ເຂດ​ກາຊາ ​ໃນ​ລະດູ​ຮ້ອນ​ປີ 2014. ຄາດ​ວ່າ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດ​ປາ​ແລດ​ສຕິນ Reyad el Malki ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ ປາແລດ​ສຕິນ ສືບສວນ​ສອບ​ສວນອິດສຣາ​ແອນ​ຢູ່ ICC.

ຂ່າວ/ບົດ​ອື່ນ