ປາແລັດສະຕີນ ຈະປະກາດລັດຖະບານໃໝ່ໃນຊຸມວັນຈະມາເຖິງ

(VOVWORLD) -ທ່ານ Mohammed Shtayyeh ນາຍົກລັດຖະມົນຕີຄົນໃໝ່ຂອງ ປາແລັດສະຕີນ ຈະຖະແຫຼງກ່ຽວກັບບັນດາສະມາຊິກລັດຖະບານໃໝ່ໃນຊຸມວັນຈະມາເຖິງ 

ທ່ານ Mohammed Shtayyeh ນາຍົກລັດຖະມົນຕີຄົນໃໝ່ຂອງ ປາແລັດສະຕີນ ຈະຖະແຫຼງກ່ຽວກັບບັນດາສະມາຊິກລັດຖະບານໃໝ່ໃນຊຸມວັນຈະມາເຖິງ ໃນສະພາບທີ່ ຂະບວນການຂອງພວກປະກອບອາວຸດ Hamas ຊາວອິດສະຣາມຢູ່ເຂດ ກາຊາ ໄດ້ກ່າວຫາຂະບວນການ Fatah “ຄອບງໍາສິດອໍານາດ” ເປັນຫຼາຍຄັ້ງ. ທ່ານ Shtayyeh ມີກໍານົດເວລາຮອດວັນທີ 14 ເມສາ ເພື່ອສ້າງຕັ້ງລັດຖະບານໃໝ່ ເຖິງວ່າ ບັນດານັກໄຈ້ແຍກ ຖືວ່າ ສິດຕັດສິນບັນດາບັນຫາຂອງ ປາແລັດສະຕີນ ຍັງຄົງຂຶ້ນກັບທ່ານປະທານາທິບໍດີ Mahmoud Abbas, ຜູ້ທີ່ກໍາສິດອໍານາດນັບແຕ່ປີ 2005 ເປັນຕົ້ນມາ.

        ກ່ອນໜ້ານັ້ນ, ວັນທີ 10 ມີນາ ທ່ານປະທານາທິບໍດີ Abbas ໄດ້ຮຽກຮ້ອງທ່ານ Shtayyeh ສ້າງຕັ້ງລັດຖະບານໃໝ່່ ເພື່ອປ່ຽນແທນໃຫ້ລັດຖະບານຂອງທ່ານ Rami Hamdallah, ໃນນັ້ນ ລວມມີສະມາຊິກຂອງ Hamas ຈໍານວນໜຶ່ງ. ລັດຖະບານໃໝ່ຂອງ ປາແລັດສະຕີນ ມີຄວາມອາດສາມາດຫຼາຍພໍສົມຄວນວ່່າ ຈະບໍ່ມີບັນດາສະມາຊິກຂອງ Hamas, ປັດຈຸບັນ, ອົງການດັ່ງກ່າວ ພວມຄວບຄຸມເຂດ ກາຊາ ຢູ່.


ຕອບກັບ

ຂ່າວ/ບົດ​ອື່ນ