ຜູ້ຕາງໜ້າຂອງປະທາ ນາທິບໍດີອາເມລິກາ ຢ້ຽມຢາມຫວຽດນາມ
(ພາບ: VGP/Hải Minh)
(vovworld)- ວັນທີ 14/7, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິງ ໄດ້ໃຫ້ການຕ້ອນຮັບທ່ານ Evan Medeiros ຜູ້ຕາງ ໜ້າຂອງປະທານາທິບໍດີອາເມລິກາ ຊື່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິງ ຊົມເຊີຍການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຂອງທ່ານ Evan Medeiros ໃນຖານະເປັນຜູ້ຕາງໜ້າ ປະທານາທິບໍດີອາເມລິກາ; ສະແດງຄວາມພາກພູມໃຈຕໍ່ບັນດາຄວາມຄຶບໜ້າໃນການຫຼາຍຂົງເຂດລະຫວ່າງສອງປະເທດ ຈາກດ້ານການເມືອງ-ການທູດ, ເສດຖະກິດ, ການຄ້າ, ການສຶກສາຕະຫຼອດຮອດດ້ານການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ທ່ານຮອງນາຍົກລັດຖະມົນຕີຖືວ່າ, ນັບແຕ່ເມື່ອໄດ້ກຳນົດການພົວພັນຮອບດ້ານໃນ 1 ປີກ່ອນ, ການພົວພັນຮ່ວມມືລະຫວ່າງສອງປະເທດນັບມື້ນັບໄດ້ຮັບການພັດທະນາຢ່າງແທດຈິງກ່ວາໃນຫຼາຍຂົງເຂດ. ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບບັນດາເນື້ອໃນລະອຽດໃນການພົວພັນຫວຽດນາມ-ອາເມລິກາ ແລະ ບັນດາບັນຫາຢູ່ພາກພື້ນອາຊີ-ປາຊີຟິກ./.