ຜັນຂະຫຍາຍການທູດປະຊາຊົນໃນສະພາບການໃໝ່ຕ້ອງມີຈິນຕະນາການໃໝ່

(VOVWORLD) -ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໄດ້ເນັ້ນໜັກເຖິງການຜັນຂະຫຍາຍການທູດປະຊາຊົນໃນສະພາບການໃໝ່ ໂດຍຮຽກຮ້ອງໃຫ້ມີຈິນຕະນາການໃໝ່.
ຜັນຂະຫຍາຍການທູດປະຊາຊົນໃນສະພາບການໃໝ່ຕ້ອງມີຈິນຕະນາການໃໝ່ - ảnh 1  ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ
(ພາບ: TTXVN)

ເນື່ອງໃນໂອກາດບຸນເຕັດປີຂານ 2022, ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ຫງວຽນເຟືອງງາ,  ປະທານສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ແບ່ງປັນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບວຽກງານການທູດປະຊາຊົນໃນໄລຍະຜ່ານມາ, ທິດທາງໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ.

        ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ເນັ້ນໜັກວ່າ, ໃນສະພາບປະສົບກັບຄວາມຫຍຸ້ງຍາກທີ່ສຸດຍ້ອນໂລກລະບາດ, ການເຊື່ອມຕໍ່ກັບເພື່ອນມິດສາກົນຍັງໄດ້ຮັບການປະຕິບັດ ດ້ວຍການເຄື່ອນໄຫວນັບຮ້ອຍຄັ້ງຜ່ານກອງປະຊຸມສຳມະນາ, ການໂອ້ລົມສົນທະນາ, ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດວັນບຸນໃຫຍ່ຄື ສະເຫຼີມສະຫຼອງສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ກັບປະເທດເພື່ອນມິດ. ນອກຈາກການເຄື່ອນໄຫວ 2 ຝ່າຍກັບຫຼາຍປະເທດແລ້ວ, ການທູດປະຊາຊົນກໍ່ ພະຍາຍາມຕັ້ງໜ້າເຂົ້າຮ່ວມ, ສະແດງໃຫ້ເຫັນບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ບັນດາເວທີປາໄສປະຊາຊົນຫຼາຍຝ່າຍ…

        ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໄດ້ເນັ້ນໜັກເຖິງການຜັນຂະຫຍາຍການທູດປະຊາຊົນໃນສະພາບການໃໝ່ ໂດຍຮຽກຮ້ອງໃຫ້ມີຈິນຕະນາການໃໝ່. ການທູດປະຊາຊົນກໍ່ມີໜ້າທີ່ນຳໜ້າໃນການສະແດງໃຫ້ເຫັນບົດບາດຢ່າງຕັ້ງໜ້າກວ່າຂອງ ຫວຽດນາມ ຢູ່ເວທີປາໄສປະຊາຊົນຫຼາຍຝ່າຍ, ທັງປະກອບສ່ວນເຂົ້າໃນການຊຸກຍູ້ຜົນປະໂຫຍດຂອງປະເທດ, ຂອງຊາດ, ພ້ອມທັງປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ໃນການຮັບມືກັບສິ່ງທ້າທາຍທີ່ພວມເກີດຂຶ້ນຢ່າງຮ້າຍແຮງ, ພິເສດແມ່ນສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ