ຜັນຂະຫຍາຍໂຄງການທ່ານໝໍໜຸ່ມໄປເຮັດວຽກຢູ່ເຂດປະສົບກັບຄວາມຫຍຸ້ງຍາກ

ຜັນຂະຫຍາຍໂຄງການທ່ານໝໍໜຸ່ມໄປເຮັດວຽກຢູ່ເຂດປະສົບກັບຄວາມຫຍຸ້ງຍາກ  - ảnh 1
ໂຄງການ​ທົດ​ລອງ​ທ່ານ​ໝໍ​ໜຸ່ມ​ອາສາ​ສະໝັກ
​​ໄປ​ປະຕິບັດ​ງານ​ຢູ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ
(ພາບ: baomoi.com)


(vovworld) -     ຕອນ​ເຊົ້າ​ວັນ​ທີ 27/02, ຢູ່​ມະຫາວິທະຍາ​ໄລ​ແພດສາດ​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ຜັນ​ຂະຫຍາຍ​ການ​ປະຕິບັດ​ທົດ​ລອງໂຄງການ​ທົດ​ລອງ​ທ່ານ​ໝໍ​ໜຸ່ມ​ອາສາ​ສະໝັກ​​ໄປ​ປະຕິບັດ​ງານ​ຢູ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເຂດ​ຊາຍ​ແດນ​ໝູ່​ເກາະ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ​ໂຕ​ຮຸຍ​ເຣື໋ອ, ​ເລຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະນະ​ຈັດ​ຕັ້ງ​ສູງ​ກາງ, ຮຽກຮ້ອງ​ໃຫ້​ກະຊວງ​ສາທາລະນະ​ສຸກ​ສົມ​ທັບ​ກັບ​ບັນດາ​ທ້ອງ​ຖິ່ນໃນ​ການເລືອກ​​ເຟັ້ນບໍລິ​ເວນ, ຈັດ​ແບ່ງ​ທ່ານ​ໝໍ​​ໃນຂະ​​ແໜງ​ການ​ຕ່າງໆໃຫ້​ເໝາະ​ສົມເປັນ​ຢ່າງ​ດີ ​ແລະ ສົມທົບ​ກັນ​ປະຕິບັດ​ໂຄງການ​ນຳ​ທ່ານ​ໝໍ​ໜຸ່ມ​ໄປ​ເຮັດ​ວຽກ​ຢູ່​ເຂດ​ຫ່າງ​ໄກ່​ຊອກ​ຫຼີກ ດ້ວຍ​ບັນດາ​ໂຄງການ, ​ລາຍການ​ຄື: ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ກໍ່ສ້າງ​ຊົນນະບົດ​ໃໝ່... ຮັບປະກັນ​ລັກສະ​ນະ​ຄົບ​ຊຸດ, ຕິດ​ພັນ​ກັນ, ໜູນ​ຊ່ວຍ ​ແລະ ຊຸກຍູ້​ເຊິ່ງກັນ ​ແລະ ກັນ. ທ່ານ ​ໂຕ​ຮຸຍ​ເຣື໋ອ ​ເນັ້ນ​ໜັກ​ວ່າ.

        “ກະກຽມ​ໃຫ້ທ່ານ​ໝໍໜຸ່ມ​ອາສາ​ສະ​ໝັກ​ ນັບ​ທັງ​ທາງ​ດ້ານ​ແນວ​ຄິດ, ຈິດ​ໃຈ​ຄວາມຮັບຜິດຊອບ ​ແລະ ສະຕິ​ຄວາມ​ສາມາດ​ປະຕິບັດ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ການ​ເຮັດ​ວຽກ​ຂອງ​ບັນດາ​ສຸກສາລາ​ຕາ​ແສງ ​ແລະ ​ໂຮງໝໍ​ຂັ້ນ​ເມືອງ, ​ເອົາ​ໃຈ​ໃສ່​ນັບ​ທັງ​ດ້ານ​ຄວາມ​ຮູ້​ກ່ຽວ​ກັບ​ພາສາ, ຮີດຄອງ​ປະ​ເພນີ, ​ແບບ​ແຜນ​ດຳລົງ​ຊີວິດ ​ແລະ ​ເງື່ອນ​ໄຂ​​ເຮັດ​ວຽກ​ໃໝ່; ພ້ອມ​ທັງ​ເພີ່ມ​ທະວີ​ອຸປະກອນ​ການ​ແພດ, ​ບຳລຸງ​ສ້າງຖັນ​ແຖວ​ທ່ານໝໍ​ຢູ່​ກັບ​ທີ, ຮັບປະກັນ​ ​ຍົກ​ສູງ ​ແລະ ຮັກສາ​ຄຸນ​ນະພາ​ບການ​ບໍລິການ​ສາທາລະນະ​ສຸກ​ຢູ່​ບັນດາ​ເຂດ​ປະສົບ​ກັບ​ຄວາມຫຍຸ້ງຍາກ. ຖືຜົນງານ, ໝາກຜົນວຽການ ຂອງ​ທ່ານໝໍ​ໜຸ່ມ​ອາສາ​ສະໝັກ​ແມ່ນ​ໜຶ່ງ​ໃນ​ບັນດາມາດຖານ​ສຳຄັນ ​ເພື່ອ​ຈັດ​ແບ່ງ​ນຳ​ໃຊ້ ​ແລະ ​ເຊີດ​ຊູ”.

ຂ່າວ/ບົດ​ອື່ນ