ຜູ້ປະຈຳການຄະນະເລຂາທິການສູນກາງພັກດິງເທ໋ຮີນພົບປະເຈລະຈາກັບເລຂາທິການໃຫຍ່ສປຊ

ຜູ້ປະຈຳການຄະນະເລຂາທິການສູນກາງພັກດິງເທ໋ຮີນພົບປະເຈລະຈາກັບເລຂາທິການໃຫຍ່ສປຊ - ảnh 1
ທ່ານ ດິງ​ເທ໋​ຮີນ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​​ທິ​ການ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ​ນາມ
ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສ​ະ​ຫະ​ປະ​ຊາ​ຊາດ Ban Ki moon
(ພາບ: TTXVN)

(vovworld) - ວັນ​ທີ 27/10, ທ່ານ ດິງ​ເທ໋​ຮີນ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​​ທິ​ການ​ສູນ​ກາງ​ພັກ ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ, ຢູ່​ນິວຢອກ ແລະ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສ​ະ​ຫະ​ປະ​ຊາ​ຊາດ Ban Ki moon. ທີ່​ການ​ພົບ​ປະ, ທ່ານ ດິງ​ເທ໋​ຮີນ ຖື​ວ່າ, ບັນ​ດາ​ຂໍ້​ລິ​ເລີ່ມ ແລະ ຈຸ​ດ​ສຸ​ມ​ໃຫຍ່​ເຊິ່ງ​ສະ​ຫະ​ປະ​ຊາ​ຊາດໄດ້ ແລະ ພ​ວມ​ຊຸກ​ຍູ້​, ໃນ​ນັ້ນ​ມີ​​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​​ໃນໄລ​ຍະ​ຫຼັງ​ປີ 2015 (SDGs) ແລະ ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ທີ່​ໄດ້​ຮັບ​ຮອງ​ເອົາ​ທີ່ກອງ​ປະ​ຊຸມ COP 21 ຢູ່​ປາ​ຣີ, ໄດ້​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ຢ່າງ​ຈະ​ແຈ້ງ ແລະ ​ຜົນ​ສະ​ທ້ອນ​ສຳ​ຄັນ​ຂອງ​ສະ​ຫະ​ປະ​ຊາ​ຊາດ ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ ເຊິ່ງ​ມະ​ນຸດຕ້ອງ​ປະ​ເຊີນ​ໜ້າ. ທ່ານ ດິງ​ເທ໋​ຮີນ ກໍ່​ຕີ​ລາ​ຄາ​ສ​ູງ​ການ​ຮ່ວມ​ມື ແລະ ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ເຊິ່ງ​ສະ​ຫະ​ປະ​ຊາ​ຊ​າດ​ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ເພື່ອ​ແນ​ໃສ່​ຊ່ວຍ​ຫວຽດ​ນາມ ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກພາຍ​ຫຼັງ​ສົງ​ຄາມ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ສະ​ຫະ​ປະ​ຊາ​ຊາດ… ທ່ານ ດິງ​ເທ໋​ຮີນ ເນັ້ນ​ໜັກ​ວ່າ, ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້​ນ​ອາ​ຊີ - ປາ​ຊີ​ຟິກ.

        ສ່ວນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon ປາດ​ຖະ​ໜາ​​ຢາກ​ໃຫ້ ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ມື​ກັບ​ສະ​ຫະ​ປະ​ຊາ​ຊາດ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ລວມ​ຢ່າງ​ແໜ້ນ​ແຟ້ນ. ທ່ານ Ban Ki moon ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫະ​ປະ​ຊາ​ຊາດ ສືບ​ຕໍ່​ສະ​ຫງວນ​ໃຫ້​ຫວຽດ​ນາມ ການ​ສະ​ໜັບ​ສະ​ໜູນ, ການ​ໜູນ​ຊ່ວຍ ແລະ ຮ່ວມ​ມື​ເພື່ອ​ຮັກ​ສາ​ຜົນ​ງ​ານ MDGs, ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ກ່​ຽ​ວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ຫວຽດ​ນາມ. ທ່ານ​ Ban Ki moon ປາດ​ຖະ​ໜາ​ວ່າ, ບັນ​ດາ​​ຝ່າຍ​ທີ່​ກ່ຽວ​ຂ້ອງ​​ໃນເຈ​ລະ​ຈາ, ​ຈະແກ້​ໄ​ຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ເໝາະ​ສົມ​ກັບ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ ແລະ ກົດ​ໝາຍ​ສາ​ກົນ...
ຂ່າວ/ບົດ​ອື່ນ