ຜູ້ປະຈຳການຄະນະເລຂາສູນກາງພັກ ເລຮົ່ງແອງ ຢ້ຽມຢາມລາວ

ຜູ້ປະຈຳການຄະນະເລຂາສູນກາງພັກ ເລຮົ່ງແອງ ຢ້ຽມຢາມລາວ - ảnh 1
(ທ່ານ​ເລຂາທິການ​​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​
​ຕ້ອນຮັບ​ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງພັກ ​ເລ​ຮົ່ງ​ແອ​ງ)


​(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ ບຸນ​ຍັງ ວໍ​ລະ​ຈິດ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ຮອງ​ປະທານ​ປະ​ເທດ​ລາວ ​ແລະ ພັນ​ລະຍາ. ວັນ​ທີ 11/04, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ, ​ເຮັດ​ວຽກ ​ແລະ ອວຍພອນບຸນ​ປີ​ໃໝ່ ບັນດາ​ການ​ນຳ ​ແລະ ປະຊາຊົນ​ລາວ. ຕອນ​ບ່າຍ​ວັນ​ທີ 11/04, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ເລຂາທິການ​​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ ​ເລ​ຮົ່ງ​ແອ​ງ. ທີ່​ການ​ພົບ​ປະ, 2 ຝ່າຍ​ລ້ວນ​ແຕ່​ຢືນຢັນ ຈະ​ເຮັດ​ຈົ​ດສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ເພີ່​ມພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ ​ແລະ ຖື​ວ່ານີ້​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ 2 ພັກ ​ແລະ 2 ຊາດ.

        ກ່ອນ​ໜ້າ​ນັ້ນ, ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງພັກ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ ບຸນ​ຍັງ ວໍ​ລະ​ຈິດ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ, ຮອງ​ປະທານ​ປະ​ເທດ​ລາວ.

        ການ​ຢ້ຽມຢາມ​ລາວ​ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ແກ່ຍາວ​ຮອດ​ວັນ​ທີ 13/04.

ຂ່າວ/ບົດ​ອື່ນ