ຜູ້ມີສິດເລືອກຕັ້ງ ຕີລາຄາສູງການຕອບຄຳຊັກຖາມຂອງທ່ານ ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ

ຜູ້ມີສິດເລືອກຕັ້ງ ຕີລາຄາສູງການຕອບຄຳຊັກຖາມຂອງທ່ານ ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ - ảnh 1
(​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ)

(vovworld) - ວັນ​ທີ 21/11, ​ເນື້ອ​ໃນ​ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ ທີ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ ​​​ເຊິ່ງໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ເປັນ​ຈຳນວນ​ຫຼວງ​ຫຼາຍ. ຜູ້​ມີ​ສິດ​ເລືອກ​ຕັ້ງໄດ້​ຕີ​ລາຄາ​ສູງ​ຈິດ​ໃຈ​ກົງ​ໄປ​ກົງ​ມາ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ເມື່ອ​ເຮັດ​ແຈ້ງ​ບັນດາ​ເນື້ອ​ໃນ​ສຳຄັນ, ​ເຮ​ັດ​ແຈ້ງ​ຫຼາຍ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຂົງ​ເຂດ​ຊີວິດ​ສັງຄົມ.

        ທ່ານ​ໂດ້ກວາງຕ໋ວນ, ຢູ່ຕາ​ແສງ ​ໂອ​ເຈີ້​​ເຢື່ອ, ​ເມືອງ​ດົ໋ງດາ, ນະຄອນ​ຮ່າ​​ໂນ້ຍ ຖື​ວ່າ.

 “ການ​ຕອບ​ຄຳ​ຊັກ​ຖາມ​ຢ່າງ​ກົງ​ໄປ​ກົງ​ມາ​ນັ້ນ ມີ​ຄຸນຄ່າ ຫຼື​ບໍ່​ມີ​ຄຸນຄ່າ​ກໍ່​ຕ້ອງ​ສັງ​ເກດ​ ສະພາບ​ຕົວ​ຈິງ​ໃນ​ການຜັນຂະຫຍາຍ​ປະຕິບັດຈາກ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ​ຂອງ​ລັດຖະບານ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ທົ່ວ​ລະບົບ​ການ​ເມືອງ. ສຸດ​ທ້າ​ຍ​​ແມ່ນ​ຕ້ອງ​ບັນລຸ​ໝາດ​ຜົນ​ວ່າ ​ເສດຖະກິດ​ນັບ​ມື້​ນັບ​ພັດທະນາ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ”.

        ທ່ານ ຫງວຽນ​ແອ​ງມິ​ງ, ຢູ່​ແຂວງ​ທ໋າຍບິ່ງ ຖື​ວ່າ, ທ່ານ​ນາຍົກລັດຖະມົນຕີ​ຕ້ອງ​ອະພິ​ປາຍ​ຈະ​ແຈ້ງ​ກວ່າ​ກ່ຽວ​ກັບ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຜູ້ນຳ​ໜ້າ​ບັນດາ​ອົງກາ​ນຄຸ້ມ​ຄອງ​ແຫ່ງ​ລັດ, ພ້ອມ​ທັງ​ປະ​ຕິ​ບັດ​ນະ​ໂຍບາຍ​ຍົກ​ສູງ​ແຫຼ່ງຊັບພະຍາກອນ​ມະນຸດ​ຫຼາຍກວ່າ ​ແລະ ດຶງ​ດູດ​​ແຫຼ​່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ. ທ່ານ ຫງວຽນ​ແອ​ງມິ​ງ ກ່າວ​ວ່າ

     “​ເລື່ອງ​ນຳໃຊ້​ຜູ້​ເກັ່ງ​ກ້າ​ສາມາດ​ຂອງ​ລັດ​ຫວຽ​ດນາມ, ນັ້ນ​ແມ່ນ​ບັນຫາ​ທີ່​ຂ້າພະ​ເຈົ້າ​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ. ຂ້າພະ​ເຈົ້າ​ເຫັນ​ວ່າ ທຸກໆ​ແນວທາງ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ໄດ້​ກາຍ​ເປັນ​ຕົວ​ຈິງ​ໄດ້​ຫຼື​ບໍ່ ນັ້ນຕ້ອງ​ແມ່ນ​ບັນ​ຫາ​ນຳ​ໃຊ້ຜູ້​ເກັ່ງ​ກ້າ​ສາມາດ. ຂ້າພະ​ເຈົ້າ​ຄິດ​ວ່າ, ລັດ​ຕ້ອງ​ມີ​ນະ​ໂຍບາຍ​ພະນັກງານ​ເປີດກ້ວາງ ດັ່ງນັ້ນປະ​ເທດ​ພວກ​ເຮົາ​ຈຶ່ງ​ພັດທະນາ​ຄືດັ່ງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນໄດ້”.

ຂ່າວ/ບົດ​ອື່ນ